ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະປະຊາຄົມຊາວ ຫວຽດນາມ ຢູ່ໂຮນລັງ

(VOVWORLD) - ຕອນຄ່ຳວັນທີ 9 ກໍລະກົດ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ ລາໄຮ, ປະເທດ ໂຮນລັງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບພັນລະຍາ  ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ຕັດແຖບຜ້າເປີດສະຫລອງສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ລາໄຮ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະປະຊາຄົມຊາວ ຫວຽດນາມ ຢູ່ໂຮນລັງ - ảnh 1ພິທີຕັດແຖບຜ້າເປີດສະຫຼອງສຳນັກງານສະຖານທູດ 

ເມື່ອໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ຢູ່ ໂຮນລັງ ເປັນຈຳນວນຫຼວງຫຼາຍ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ການພົວພັນ ຫວຽດນາມ - ໂຮນລັງໃນປະຈຸບັນພວມພັດທະນາຢ່າງດີງາມ. ການຢ້ຽມຢາມ ໂຮນລັງ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງນ້ຳກໍ່ຄືຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ຄວາມປອດໄພກ່ຽວກັບສະບຽງອາຫານລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫວັງວ່າ: ນັກສຶກສາ, ນັກຄົ້ນຄ້ວາ ຫວຽດນາມ ຢູ່ ໂຮນລັງ ແລະ ບັນດາຄະນະນັກຄົ້ນຄ້ວາທີ່ຢູ່ພາຍໃນປະເທດໄດ້ໄປ ໂຮນລັງ ຄົ້ນຄ້ວາ, ຮ່ວມມືຖ່າຍທອດເຕັກໂນໂລຢີ, ພິເສດໃນຂະນະທີ່ ຫວຽດນາມ ນອນໃນກຸ່ມຖືກຜົນສະທ້ອນໃຫຍ່ສຸດໃນໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ: ການພົວພັນການຄ້າ ແລະ ການລົງທຶນ ຫວຽດນາມ ແລະ ໂຮນລັງ ພວມພັດທະນາຢ່າງດີງາມ, ໃນນັ້ນ, ວົງເງິນການຄ້າ 2 ສົ້ນບັນລຸ 7 ຕື້ USD. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ໂຮນລັງ ໄດ້ໃຫ້ຄຳປຶກສາແກ່ບາງໂຄງການຂອງ ຫວຽດນາມ ໃນທຸກຂົງເຂດດີທີ່ສຸດ, ພິເສດແມ່ນຂົງເຂດກະສິກຳທີ່ບໍ່ໃຊ້ຝຸ່ນເຄມີ, ກະສິກຳທີ່ມີຄຸນນະພາບສູງ ຢູ່ ຫວຽດນາມ. ຄວາມສາມາດບົ່ມຊ້ອນນີ້ຍັງຫຼາຍຢູ່ ຖ້າຫາກພວກເຮົາຮູ້ວິທີໝູນໃຊ້. ນີ້ກໍ່ແມ່ນທິດທາງເຊິ່ງສະຖານທູດຕ້ອງຄົ້ນຄ້ວາ ເພື່ອໃຫ້ການຮ່ວມມືນີ້ມີປະສິດທິຜົນ ແລະ ແທດຈິງກ່ວາອີກ. ຫວຽດນາມ ບໍ່ແມ່ນປະເທດພຽງແຕ່ອຸປະໂພກບໍລິໂພກຜະລິດຕະພັນຂອງ ໂຮນລັງ, ນັ້ນ ແມ່ນສິ່ງທີ່ດີ ແລະ ກົງກັນຂ້າມ ການສົ່ງອອກຂອງ ຫວຽດນາມ ໄປ ໂຮນລັງ ກໍ່ເປັນໜ້າຊົມຊື່ນທີ່ສຸດ.  ແຕ່ພວກເຮົາຢາກນຳເຂົ້າ ຫວຽດນາມ ວິທະຍາສາດເຕັກໂນໂລຢີຂອງ ໂຮນລັງ ໃນບາງຂົງເຂດປຸງແຕ່ງ, ປະດິດສ້າງ, ຖ່າຍທອດວິທະຍາສາດເຕັກໂນໂລຢີໃຫ້ດີກ່ວາອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ