ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມນັກສະຖາປານິກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ສະເໜີວ່າ ສະມາຄົມຄວນຄົ້ນຄ້ວາ, ອອກແບບ, ຊອກຫາບັນດາສະຖາປັດຕະຍະກຳທີ່ເໝາະສົມໃຫ້ເຂດຊົນນະບົດ ທັງຖືກ, ທັງລຽບງ່າຍ...
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມນັກສະຖາປານິກ  - ảnh 1ພິທີສະເຫຼີມສະຫຼອງໃນຕອນເຊົ້າວັນທີ 21 ເມສາ

ຕອນເຊົ້າວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ສະມາຄົມນັກສະຖາປານິກ ຫວຽດນາມ ໄດ້ຈັດຕັ້ງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (1948 – 2018). ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ສະມາຄົມນັກສະຖາປານິກ ແລະ ວົງການນັກສະຖາປານິກ ຫວຽດນາມ ຄວນນຳໜ້າ, ກຳນົດທິດໃຫ້ແກ່ສະຖາປັດຕະຍະກຳ ຫວຽດນາມ ຂຽວ, ສະອາດ, ສວຍງາມ, ທັນສະໄໝ, ສະດວກ, ສ້າງສະພາບແວດລ້ອມດຳລົງຊີວິດລັກສະນະມະນຸດສາດ, ມີຄວາມປອດໄພ, ໝັ້ນຄົງ, ເປັນມິດກັບສິ່ງແວດລ້ອມ ໃຫ້ແກ່ສັງຄົມ, ໃຫ້ແກ່ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີວ່າ ສະມາຄົມຄວນຄົ້ນຄ້ວາ, ອອກແບບ, ຊອກຫາບັນດາສະຖາປັດຕະຍະກຳທີ່ເໝາະສົມໃຫ້ເຂດຊົນນະບົດ ທັງຖືກ, ທັງລຽບງ່າຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ ສັງຄົມຂອງແຕ່ລະທ້ອງຖິ່ນ ກໍ່ຄືທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດານັກປະຖາປານິກ ຄວນມີຄວາມມຸ່ງມາດປາດຖະໜາມຸ່ງໄປເຖິງການກໍ່ສ້າງພື້ນຖານສະຖາປັດຕະຍະກຳ ຫວຽດນາມ ທັນສະໄໝ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ແລະ ມີລັກສະນະເປັນປົກກະຕິ, ໝັ້ນຄົງ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ