ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ເປີ​ດ​ສະຫຼອງ ຫໍ​ບູ​ຊາ​ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ພູເກ໊

(VOVWORLD) -ຕອນເຊົ້າວັນທີ 7 ມັງກອນ, ຢູ່ ຕາແສງ ເກ໊ຟູ໊, ເມືອງ ເກ໊ເຊີນ, ແຂວງ ກ໋ວາງນາມ, ໄດ້ຈັດຕັ້ງພິທີເປີດສະຫຼອງຫໍບູຊາ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ພູເກ໊ .

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ເປີ​ດ​ສະຫຼອງ ຫໍ​ບູ​ຊາ​ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ພູເກ໊ - ảnh 1ທ່ານນາຍົກລັດຖະມົນຕີ ຫງຽນຊວັນຟຸກ ຕັດແຖບຜ້າເປີດສະຫຼອງ ຫໍບູຊານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ພູເກ໊

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຫວນຄືນບັ້ນຮົບ ຢູ່ພູເກ໊ໃນເດືອນພຶດສະພາປີ 1965, ເຊິ່ງເປັນສະຖານທີ່ບັນດານັກຮົບໄດ້ເສີຍສະຫຼະຊີວິດຢ່າງອົງອາດກ້າຫານ. ຫໍບູຊານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ພູເກ໊ ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ ເພື່ອສຶກສາອົບຮົມມູນເຊື້ອຮັກຊາດໃຫ້ແກ່ໄວໜຸ່ມ, ປະກອບສ່ວນເຂົ້າການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປ້ວງຊົນທັງຊາດ, ດ້ວຍຈິດໃຈ “ປະເທດຫວຽດນາມແມ່ນປຶກໜຶ່ງແຜ່ນດຽວ, ຊາດຫວຽດນາມແມ່ນຊາດດຽວ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ:

ການສຶກສາອົບຮົມມູນເຊື້ອ, ເປັນຕົ້ນແມ່ນມຫ້ແກ່ໄວໜຸ່ມ, ຄົນລຸ້ນຫຼັງຍິ່ງໄດ້ຮັບການຢັ້ງຢືນຜ່ານບັນດາເລື່ອງລາວ, ບັນດາເຂດອານຸສອນສະຖານ, ບັນດາສະຖານທີ່ທີ່ມີຊື່ສຽງ. ໜຶ່ງໃນບັນດາສະຖານທີ່ນັ້ນ ແມ່ນ ເຂດອານຸສອນສະຖານພູເກ໊ນີ້. ສິ່ງນີ້ກໍ່ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີຂອງຊາດ ຫວຽດນາມ. ປະເທດຫວຽດນາມ, ປະຊາຊົນ ຫວຽດນາມໄດ້ຮັບການປົດປ່ອຍແມ່ນບໍ່ພຽງແຕ່ພວກເຮົາເອງ, ບັນດາຜູ້ທຳການຕໍ່ສູ້ຢູ່ແຫ່ງນີ້ເອງ, ຫາກຍັງມີປະຊາຊົນຢູ່ທາງພາກເໜືອໄດ້ມານີ້ທຳການຕໍ່ສູ້ແລະ ໄດ້ເສຍສະຫຼະຊີວິດ. ພວກເຮົາປາດຖະໜາວ່າ ນີ້ແມ່ນກິດຈະກຳທີ່ເປັນຂີດໝາຍ ແລະ ມີຄຸນນະພາບ ແລະຈະເປັນການເສີມຂະຫຍາຍມູນເຊ້ືອປະຕິວັດທີ່ອົງການກ້າແກ່ນ, ຮັກສາມູນເຊື້ອອັນດີງາມນີ້ ເຊິ່ງບັນດາຜູູ້ຄົນໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ, ເສລີພາບ ຂອງ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ