ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາເປັນ​ເຈົ້າ​ພາບງານລາຕີໂຄສະນາວັດທະນະທຳ ຫວຽດນາມ

(VOVWORLD) - ນີ້ແມ່ນລາຍການພິເສດຂອງປະເທດເຈົ້າພາບ ຫວຽດນາມ ເພື່ອຂ່ຳນັບຮັບຕ້ອນບັນດາປະມຸກລັດ, ການນຳບັນດາປະເທດ, ກຸ່ມບໍລິສັດ, ວິສາຫະກິດເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) ປີ 2018
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາເປັນ​ເຈົ້າ​ພາບງານລາຕີໂຄສະນາວັດທະນະທຳ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ງານລາຕີ

ຕອນຄ່ຳວັນທີ 12 ກັນຍາ, ທີ່ສູນກອງປະຊຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດຕັ້ງງານລາຕີໂຄສະນາວັດທະນະທຳ ຫວຽດນາມ ທີ່ມີຊື່ວ່າ “ສີສັນ ຫວຽດນາມ”. ນີ້ແມ່ນລາຍການພິເສດຂອງປະເທດເຈົ້າພາບ ຫວຽດນາມ ເພື່ອຂ່ຳນັບຮັບຕ້ອນບັນດາປະມຸກລັດ, ການນຳບັນດາປະເທດ, ກຸ່ມບໍລິສັດ, ວິສາຫະກິດເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) ປີ 2018.

        “ສີສັນ ຫວຽດນາມ” ລວມມີລາຍການສະແດງທີ່ເປັນເອກະລັກສະເພາະຂອງ 3 ພາກຄື: ພາກເໜືອ - ພາກກາງ - ພາກໃຕ້, ໃນນັ້ນມີດົນຕີໂດຍ UNESCO ເຊີດຊູຄື: ດົນຕີໃນພະລາດຊະວັງ ເຫ້ວ, ຂັບ ກວານຫໍ້ ບັກນີງ, ຂັບຈ່ອຍ, ດົນຕີປະສານສຽງເຄື່ອງດົນຕີຂອງຊົນເຜົ່າ…

        ກ່າວຄຳເຫັນທີ່ງານລາຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ການເຂົ້າຮ່ວມຂອງບັນດາຜູ້ແທນທີ່ເວທີປາໄສ WEF ASEAN ຄັ້ງນີ້ໄດ້ສະແດງໃຫ້ເຫັນບັນດາການກຳນົດທິດຮ່ວມມືມຸ່ງໄປເຖິງອະນາຄົດ, ແບ່ງປັນວິໄສທັດຮ່ວມ, ນັ້ນແມ່ນ “ປະຊາຄົມ ອາຊຽນ ອີງໃສ່ບັນດາກົດລະບຽບ, ມຸ່ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ” ແລະ ບໍ່ມີໃຜຖືກປະໄວ້ຢູ່ທາງຫຼັງ ຫຼື ຖືກຕັດຂາດອອກ ຈາກຊີວິດ ສີວິໄລ, ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ