ນາຍົກລັດຖະມົນຕີ ຫງວຽນຊວນຟຸກລົງອວຍພອນບຸນເຕັດຢູ່ແຂວງເທືອທຽນເຫ້ວ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກລົງອວຍພອນບຸນເຕັດຢູ່ແຂວງເທືອທຽນເຫ້ວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ອວຍ​ພອນ​ປີ​ໃໝ່ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ເທືອ​ທຽນ​ເຫ້ວ


(vovworld) – ຕອນເຊົ້າ​ວັນ​ທີ 31/1(ກົງ​ກັບ​ວັນ​ທີ 4 ບຸນ​ເຕັດ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້ລົງ​ໄປ​ອວຍ​ພອນ​ປີ​ໃໝ່ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ເທືອ​ທຽນ​ເຫ້ວ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກສະ​ເໜີ ​ແຂວງ​ເທືອ​ທຽນ​ເຫ້ວ​ຄວນ​ເສີມ​ຂະ​ຫຍາຍ​ບັນ​ດາ​ທ່າ​ແຮງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ່ອງທ່ຽວ, ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ພາກ​ກາງ​ຄື​ດານັ້ງ, ກວາງ​ນາມ​ເພື່ອ​ພັດ​ທະ​ນາ​ທ່ອງ​ທ່ຽວ​ໃຫ້​ແຂງ​ແຮງກວ່າ​ອີກ. ພ້ອມກັນ​ນັ້ນ ກໍ​ແມ່ນ​ການ​ຫັນ​ປ່ຽນ​ກະ​ສີ​ກຳ​ແບບ​ມູນ​ເຊື້ອ​ໄປ​ສູ່​ພື້ນ​ຖານ​ກະ​ສີ​ກຳ​ສະຫຼາດ, ມີ​ຄຸນ​ນະ​ພາບ​ສູງ​ເພື່ອ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ:

    “ ຂ້າ​ພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ການ​ປະ​ຕິ​ວັດ​ທີ່​ອົງ​ອາດ​ກ້າ​ແກ່ນ ແລະ ພິ​ເສດ​ແມ່ນ​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​ໃນ​ໄລ​ຍ​ນະ​ທີ່​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ໃນ​ປີ 2016, ແນ່ນອນ​ວ່າ ແຂ​ວງ ເທື່ອ​ທຽນ​ເຫວ້ ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​ຮອບ​ດ້ານ​ທີ່​ດີ​ກ່​ວາ​ອີກ ແລະ ດ້ວຍ​ລະ​ດັບ​ໄວ​ກວ່າ​ອີກ​ເພື່ອ​ໃຫ້​ແຂວງ​ເທື່ອ​ທຽນ​ເຫ​ວ້​ປະ​ກອບ​ສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ. ອີກ​ເທຶ່ອ​ໜຶ່ງ, ຂ້າ​ພະ​ເຈົ້າອວຍ​ພອນ​ບັນ​ດາ​ສະ​ຫາຍ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ດ້ວຍ​ຄວາມ​ມ່ວນ​ຊຶ່ນ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ສູງກວ່າ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການພັດ​ທະ​ນາຂອງ​ແຂວງ​ຕົນ ”

ຕອບກັບ

ຂ່າວ/ບົດ​ອື່ນ