ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີລົບຄັ້ງທີ 11

ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີລົບຄັ້ງທີ 11 - ảnh 1
ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ   (TTXVN)


(vovworld)-  ວັນ​ທີ 15/7, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ລົບ​ຄັ້ງ​ທີ 11(ASEM 11) ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​​ທາງການ​ຢູ່​ນະ​ຄອນຫຼວງ ອູ​ລານ​ບາ​ຕໍ ເທດ​ມົງ​ໂກນ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໂດຍ​ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ. ກ່າງ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ວ່າ ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃໝ່ໃນ​ສະ​ຖາ​ນະ​ການ​ໂລກ​ປະ​ຈຸ​ບັນ, ASEM ຄວນ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື ແລະ ມຸ່ງ​ໄປ​ສູ່​ລະ​ດັບ​ສູງ​ໃໝ່​ໃນ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ເຈ​ລະ​ຈາ ແລະ ຮ່ວມ​ມື​ໃນ​ສະ​ຕະ​ວັດ​ທີ 21, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ  ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ 2 ທະ​ວີບ ແລະ ໃນ​ໂລກ. ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ  ການ​ເຈ​ລະ​ຈາ ແລະ ຮ່ວມ​ມື ASEM ຄວນ​ເຊື່ອມ​ຈອດ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ມຸ່ງ​ໄປ​ສູ່​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກຢືນ​ຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຢ່າງ​ສູງ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ ເພື່ອ​ຍົກ​ລະ​ດັບ​ການ​ຮ່ວມ​ມືASEM, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ​ໂດຍ​ຜ່ານ​ປະ​ຊາ​ຄົມ​ອາ​ຊຽນ, ບັນ​ດາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື, ຮ່ວມ​ສ​ຳ​ພັນ 2 ຝ່າຍ, ຫຼາຍ​ຝ່າຍ​ທີ່​ພວມ​ມີ​ຢູ່​ແລ້ວ.
ຂ່າວ/ບົດ​ອື່ນ