ນາຍົກລັດຖະມົນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມ ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມ ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ


(vovworld)- ຕອນ​ເຊົ້າ​ວັນ​ທີ 15/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິ​ນ​ເຕີ​ເນັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ໄລ​ຍະ 2016-2020. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໄດ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ ຂະ​ນະ​ທີ່​ໃນ​ປີ 1993, ທົ່ວ​ປະ​ເທດ​ມີ​ເຖິງ 58%ຄອບ​ຄົວ​ທຸກ​ຍາກ, ແຕ່​ຮອດ​ປີ 2015 ໄດ້ຫຼຸດ​ລົງ​ເຫຼືອ​ພຽງ 4,25% ຕາມ​ມາດ​ຖານ​ເກົ່າເທົ່າ​ນັ້ນ. ດ້ວຍ​ຄ​າດ​ໝາຍ​ໄລ​ຍະ 2016-2020 ແມ່ນຫຼຸດ​ຜ່ອນຄອບ​ຄົວ​ຄວາມ​ທຸກ​ຍາກແຕ່ 1 ຫາ 1,5%, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ໃຫ້​ເຫັນ​ໜ້າ​ທີ່​ໃນໄລ​ຍະ​ທີ່​ຈະ​ເຖິງ ແມ່ນ​ຕ້ອງ​ຍູ້​ແຮງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ມີ​ນະ​ໂຍ​ບາຍ​ພິ​ເສດ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ໝູ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍໃຫ້​ໄວ​ກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ :

 “ ໂຄ​ສະ​ນາ​ເພື່ອ​ໃຫ້​ສັງ​ຄົມ​ຕ້ອງ​ກະ​ທຳ​ເພື່ອ​ຄົນ​ທຸກ​ຍາກ, ເອົາ​ໃຈ​ໃສ່​ເຖິງ​ຄົນ​ທຸກ​ຍາກ. ທີ 2 , ໂຄ​ສະ​ນາ​ແມ່ນ​ເພື່ອ​ຈິດ​ໃຈ​ເພິ່ງ​ຕົນ​ເອງ, ສ້າງຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ບືນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ ແລະ ທ້ອງ​ຖິ່ນ. 2 ສິ່ງນີ້​ຕຶ້ງ​ໄປ​ຄຽງ​ຄູ່​ນຳ​ກັນ, ບໍ່​ພຽງ​ແຕ່​ນູນ​ຊ່ວຍ​ລ້າໆ​ເທົ່າ​ນັ້ນ. ຊາດ​ໜຶ່ງ, ທ້ອງ​ຖິ່ນ​ໜຶ່ງ​ຕ້ອງ​ມີ ຈິດ​ໃຈ​ເພິ່ງ​ຕົນ​ເອງ, ສ້າງຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ບືນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ທີ 3 ໂຄ​ສະ​ນາ​ແມ່ນ​ເພື່ອ​ການ​ອອກ​ແຮງ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ດຸ​ໝັ້ນ​ຂະ​ຫຍັນ​ພຽນ​ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງ​ມີ ”

ຂ່າວ/ບົດ​ອື່ນ