ນາຍົກລັດຖະມຸນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມ ອະນຸ ກຳມະການ ເສດຖະກິດສັງຄົມ

(VOVWORLD) -ຕອນບ່າຍວັນທີ 4 ມີນາຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຫົວໜ້າອະນຸກຳມະການເສດຖະກິດ ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ເປັນປະທານວາລະເຮັດວຽກຂອງ ອະນຸກຳມະການ
ນາຍົກລັດຖະມຸນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມ ອະນຸ ກຳມະການ ເສດຖະກິດສັງຄົມ - ảnh 1

   ນາຍົກລັດຖະມຸນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມ ອະນຸ ກຳມະການ ເສດຖະກິດສັງຄົມຄັ້ງທີ 3

ທີ່ການ ເຮັດວຽກ, ບັນດາສະມາຊິກໄດ້ປະກອບຄຳເຫັນ ໃສ່ຫົວເລື່ອງ, ໂຄງລ່າງ, ໂຄງຮ່າງໃນເບື້ອງຕົ້ນ ແລະ ບາງຈຸດສຸມ ຂອງບົດ ລາຍງານ ຍຸດທະສາດໄລຍະ 10 ປີແຫ່ງການ ພັດທະນາເສດຖະກິດ-ສັງຄົມ 2021- 2030 ແລະ ແຜນພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2021- 2025.

      ຢູ່ທີ່ນີ້,ທ່ານນາຍົກລັດຖມົນຕີສະເໜີບັນດາສະມາຊິກໃນອະນຸກຳມະການຈົ່ງຮັບເອົາບັນດາຄຳຄິດຄຳເຫັນໂດຍມີການເລືອກເຟັ້ນ, ມີພື້ນຖານ ວິທະຍາສາດ, ກວດກາ, ດຸ່ນດ່ຽງບັນດາເນືອໃນເພື່ອ ສະເໜີຕໍ່ກົມການເມືອງ ໃຫ້ຄຳຄິດຄຳເຫັນ .

       ໂຄງຮ່າງລະອຽດຍື່ນສະເໜີຕໍ່ກອງປະຊຸມສູນກາງພັກເທື່ອທີ 10 ຊຸດທີ 12 ຕ້ອງຍົກໃຫ້ເຫັນຈຸດສຸມຂອງຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 2021-2030. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກໃນໜ່ວຍງານຮຽບຮຽງ, ພະນັກງານ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງເອົາໃຈໃສ່ເຖິງໜ້າທີ່ນີ້, ສຸມກຳລັງພະນັກງານທີ່ເກັ່ງກ້າສາມາດ, ສຸມຈິດສຸມໃຈຜັນຂະຫຍາຍໜ້າທີ່ອັນເປັນກຽດ ແລະ ໜັກໜ່ວງນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ