ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດຊູແອດ, ສະທານະນະລັດເຊັກ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດຊູແອດ, ສະທານະນະລັດເຊັກ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ ​ສ.​​​ເຊັກ
(ພາບ: chinhphu.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 3/12, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​​ໃຫ້ການ​ຕ້ອນຮັບ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຊູ​ແອດ Camilla Mellander ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ​ສ.​​​ເຊັກ Martin Klepetlo, ​ເຂົ້າ​ຢ້ຽມຂໍ່ານັບ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າທີ່​ການ​ທູດ​ໃໝ່​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ​ທ່ານນາງເອກ​ອັກຄະ​ລັດຖະທູດ ຊູ​ແອດ Camilla Mellander, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ; ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນປາດ​ຖະໜາ​ຢາກ​ພ້ອມ​ກັບ ຊູ​ແອດ​ມານະ​ພະຍາຍາມ​ນຳ​ການ​ພົວພັນ​ສອງ​ປະ​ເທດ​ນັບ​ມື້​ນັບ​​ພັດທະນາ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ທັງ​ສອງ​ຝ່າຍ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ ສອງ​ຝ່າຍ​ຄວນສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະຜູ້​ແທນ​ທຸກ​ຂັ້ນ ​ເພື່ອ​ແນ​ໃ່​ເພີ່ມ​ທະວີ​ຄວາມ​ເອົາ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ເພື່ອ​​ເປັນ​ພື້ນຖານ​​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນລະຫວ່າງ​ສອງ​ປະ​ເທດ. ທີ່​ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ ​ສ.​​​ເຊັກ Martin Klepetlo, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ​ກວ່າ​ອີກ; ສະໜັບສະໜູນ​ເຊິ່ງກັນ​ລະ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ. ປາດ​ຖະໜາ​ວ່າ​ທ່ານເອກ​ອັກຄະ​ລັດຖະທູດ Martin Klepetlo ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ຕົນ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​ດີ​ຍິ່ງໆ​ຂຶ້ນ.

ຂ່າວ/ບົດ​ອື່ນ