ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ຕອບຄຳຊັກຖາມຂອງ ສສຊ

ຕອນ​ເຊົ້າ​ວັນ​ທີ 25/11, ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູ໋ງ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ​ຂອງ ສສຊ. ບັນດາ​ໝວດ​ບັນຫາ​​​​ທີ່​ທ່ານ​ນາຍົກລັດຖະມົນຕີ​ເຕື້ອງ​ເຖິງ​ນັ້ນ​ແມ່ນ ວຽກ​ງານ​ບໍລິຫານ, ປະຕິບັດ​ຫນ້າ​ທີ່ ​ແຜນການ ປີ 2011-2012 ​ແລະ ຊຸມ​ປີ​ຕໍ່​ໄປ,​ ບັນຫາ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່ ​ແລະ ບັນດາ​ມາດ​ຕະການ, ການ​ບູລິ​ມະ​ສິດ​ຊຸກຍູ້​ການ​ພັດທະນາ​ກະສິກຳ, ຊົນນະບົດ. ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ: ລັດຖະບານ​ພວມ​ຊີ້​ນຳ​ການ​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​ໃຫ້​ຮູ້​ວ່າ: ລັດຖະບານ​ຈະ​ມີ​ຫລາຍ​ມາດ​ຕະການ​ເພື່ອ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ. ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ​ເນັ້ນ​ຫນັກ​ວ່າ:

“ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​​ຫລຸດຜ່ອນ​ອັດຕາ​​ດອກ​ເບ້ຍ​ໃຫ້​ກູ້​ຢືມ, ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ວິ​ສາ​ຫະກິດ​ສຳ​ພັດ​ກັບ​ແຫ​ລ່ງທຶນຮອນ, ຫລຸດຜ່ອນ​ລາຍ​ຈາຍ​ການ​ລົງທຶນ, ​ໃຫ້​ບູລິ​ມະ​ສິດ​ສິນ​ເຊື່ອ, ຮັບ​ໃຊ້​ການ​ສົ່ງ​ອອກ, ຮັບ​ໃຊ້​ການ​ຜະລິດ ​ເປັນ​ຕົ້ນ​ແມ່ນ​ການ​ຜະລິດ​ກະສິກຳ. ນີ້​ແມ່ນ​ມາດ​ຕະການ​ຕົ້ນຕໍ. ລັດຖະບານ​ຈະ​ແກ່ຍາວ​ການ​ກຳນົດ​ເວລານະ​ໂຍບາຍ​ຫນູນ​ຊ່ວຍ​ພາສີອາກອນ ພ້ອມ​ທັງ​ຍົກ​ເວັ້ນອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ. ​ແລະ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ​ເລື່ອງ​ຍົກ​ເວັ້ນ, ຫລຸ​ດຜ່ອນ​ອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ. ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ເປີດ​ກວ້າງ​ຕະຫລາດ​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ, ​ເພ​ີ່ມການ​ສົ່ງ​ອອກ​ຢ່າງ​ໄວ, ຊາວ​ຫວຽດນາມ ​​ໃຫ້​ບູລິ​ມະ​ສິດ​ນຳ​ໃຊ້​ສິນຄ້າ​ຂອງ​ຫວຽດນາມ.“

          ນາຍົກລັດຖະມົນຕີຍັງ​ໃຫ້​ຮູ້​ວ່າ: ລັດຖະບານ​ພວມ​ສຸມ​ໃສ່​ສ້າງ​​ໂຄງປະກອບ​ການ​ລົງທຶນ​ຂອງ​ລັດຄືນ​ໃຫມ່,​​ ​ແກ້​ໄຂ​ສະພາບ​ການ​ລົງທຶນ​ແບບ​ກະຈັດກະຈາຍ, ກໍ່​ຄວາມ​ຮົ່ວ​ໄຫລ ​ແລະ​ໂຄງການ​ໃຫມ່​ຕ້ອງ​ມີ​ການ​ຕິດຕາມກວດກາ ຮັບປະກັນ​ປະສິດທິ​ຜົນ​ການ​ລົງທຶນ. ​​ປະຕິບັດ​ແຜນ​ນະ​ໂຍບາຍສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່ ຈຸດປະສົງ​​ແມ່ນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ນັ້ນ​ແມ່ນ​ຫນຶ່ງ​ໃນ 3 ​ເນື້ອ​ໃນ​ສຳຄັນ​ໃນ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ​ໄດ້​ເນັ້ນ​ຫນັກ​ວ່າ:

“ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງ​ພາລະ​ບົດບາດ​ຂອງ​ວິ​ສາ​ຫະກິດ ​ແລະ ລັດ​ວິ​ສາ​ຫະກິດ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ, ສະຫລູ​ບຮູບ​ແບບ​ເຄື່ອນ​ໄຫວ, ກຳນົດ​ຢ່າງ​ຈະ​ແຈ້ງ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະກິດ, ພິຈາລະນາ​ແຜນ​ຮ່າງ​ອະນຸມັດ​ແຕ່​ລະ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່​ງລັດ​ໃນ​ປີ 2011. ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ.“

          ​ໃນ​ການ​ພັດທະນາ​ກະສິກຳ ​ແລະ ຊົນນະບົດ, ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ​: ​ໃນ​ໄລຍະ 5 ປີ ຄື​ແຕ່​ປີ 2004- 2008, ລັດ​​ບູລິ​ມະ​ສິດ​ຈັດ​ແບ່ງ​ຈຳນວນ​ທຶນ 181.000 ຕຶ້ດົງ​ໃຫ້​ແກ່​ກະສິກຳ, ຊົນນະບົດ./.

ຕອບກັບ

ຂ່າວ/ບົດ​ອື່ນ