ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ ພິທີລົງມືກໍ່ສ້າງ ສູນປິ່ນປົວໂລກກ້ອນເບົ້າ -ມະ​ເຮັ່ງ

ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ ພິທີລົງມືກໍ່ສ້າງ ສູນປິ່ນປົວໂລກກ້ອນເບົ້າ -ມະ​ເຮັ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ​ເຂົ້າ​ຮ່ວມພິທີ​ເປີດ​ໂຄງການ​ກໍ່ສ້າງ​ສູນ​ປິ່ນປົວ​ໂລກ​ກ້ອນ​ເບົ້າ-ມະ​ເຮັ່ງ - ​ໂຮງໝໍເຈີ້​ໄຣ້
 (ພາບ : internet)


Vovworld- ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ໂຄງການ​ກໍ່ສ້າງ​ສູນ​ປິ່ນປົວ​ໂລກ​ກ້ອນ​ເບົ້າ-ມະ​ເຮັ່ງ - ​ໂຮງໝໍເຈີ້​ໄຣ້ ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 16/12, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ໄດ້​ເນັ້ນ​ໜັກວ່າ ນີ້​ແມ່ນ​ໂຮງໝໍ​ທີ່​ມີ​ອິດ​ທິພົນ​ຊື່​ສຽງບໍ່​ພຽງ​ແຕ່​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງມີ​ອິດ​ທິພົນ​ຊື່​ສຽງຢູ່​ຕ່າງ​ປະ​ເທດ​ອີກ​ດ້ວຍ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ຫວັງວ່າ ໂຮງໝໍເຈີ້​ໄຣ້ຈະເສີມຂະຫຍາຍ ມູນເຊື້ອອັນດີງາມ, ຢັ້ງຢືນອິດ​ທິພົນ​ຊື່​ສຽງຂອງໂຮງໝໍ ຊັ້ນນຳຢູ່​ພາກ​ໃຕ້. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ກ່າວ​ວ່າ :

    “ ພວກ​ເຮົາ​ຕ້ອງ​ຕັດສິນ​ໃຈ, ສ້າງ​ໃຫ້​ມີ​ໂຄງການ​​ແບບຄົບ​ຊຸດ, ນັບ​ທັງ​ການ​ເພີ່ມ​ຈຳນວນ​ຕຽງ​ນອນ​ຄົນ​ເຈັບ, ວັດຖຸ​ພາຫະນະ​ອຸປະກອນ ​ແລະ ກໍ່ສ້າງ​ຖັນ​ແຖວ​ແພດ​ໝໍ​ລົງ​ເລິກ​ຂະ​ແໜງ. ພັກ ​ແລະ ລັດ​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​ສູງ​ເມື່ອ​ເຫັນ​ວ່າ ສະພາບ​ໂຮງໝໍ​ບໍ່​ສາມາດ​ຕອບ​ສະໜອງຄວາ​ມຕ້ອງການ​ຂອງ​ຄົນ​ເຈັບ ​ແມ່ນ​ບັນຫາ​ທີ່​ເປັນ​ຫ່ວງ​ເປັນ​ໄຍທີ່​ສຸດ, ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ສຸມ​ກຳລັງ​ແຮງ​ແກ້​ໄຂ​ບັນຫາ​ນີ້ ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ ”

     ໂຄງການ​ກໍ່ສ້າງ​ສູນ​ປິ່ນປົວ​ໂລກ​ກ້ອນ​ເບົ້າ-ມະ​ເຮັ່ງ - ​ໂຮງໝໍເຈີ້​ໄຣ້ ມີ​ຂອບ​ຂະໜາດກວ້າງ 1.900 m2 ປະກອບ​ດ້ວຍ 14 ຊັ້ນ, ​ໃນ​ນັ້ນ​ມີ 2 ຊັ້ນ​ໃຕ້​ດິນ, ມີ 250 ຕຽງ​ນອນ​ຄົນ​ເຈັບ. ຍອດ​ເງິນ​ລົງທຶນ​ຂອງ ໂຄງການ​ກໍ່ສ້າງ​ສູນ​ປິ່ນປົວ​ໂລກ​ກ້ອນ​ເບົ້າ-ມະ​ເຮັ່ງ - ​ໂຮງໝໍເຈີ້​ໄຣ້ ​ແມ່ນ​ກ່ວາ 428 ຕື້​ດົງ.

ຂ່າວ/ບົດ​ອື່ນ