ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ພົບປະໂອ້ລົມກັບນັກວິທະຍາສາດໜຸ່ມ |
(vovworld)- ຕອນເຊົ້າວັນທີ 11/9, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ມີການພົບປະໂອ້ລົມກັບນັກວິທະຍາສາດໜຸ່ມເກືອບ 70 ຄົນ ທີ່ມີຜົນງານທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີທີ່ດີເດັ່ນຢູ່ບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ ແລະ ວິສາຫະກິດ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເນັ້ນໜັກວ່າ : ຖັນແຖວນັກປັນຍາຊົນ, ນັກວິທະຍາສາດໜຸ່ມ ບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນເວທີສາກົນອີກດ້ວຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ກ່າວວ່າ :
“ ຂ້າພະເຈົ້າເນັ້ນໜັກວ່າ ນະໂຍບາຍທຳອິດ ແມ່ນຕ້ອງຜັນຂະຫຍາຍປະຕິບັດ, ນຳໃຊ້ ແລະ ເສີມຂະຫຍາຍບັນດານັກວິທະຍາສາດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນບັນດານັກວິທະຍາສາດໜຸ່ມ. ອະນາຄົດຂອງປະເທດຊາດພວກເຮົາແມ່ນລຸ່ນໄວໜຸ່ມ. ແລ້ວກໍຮອດນະໂຍບາຍສົ່ງເສີມການລົງທຶນ, ການເງິນ, ນະໂຍບາຍໜູນຊ່ວຍການເລີ່ມສ້າງອາຊີບ, ສົ່ງເສີມການພັດທະນາວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຢີ ແລະ ຕິດພັນກັບບັນຫານີ້ ແມ່ນການສົ່ງເສີມວິສາຫະກິດຍົກສູງປະສິດທິຜົນ, ກຳລັງແກ່ງແຍ້ງ ແລະ ຕ້ອງນຳໃຊ້ວິທະຍາສາດເຕັກໂນໂລຢີ ”