ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ເມືອງ ຮົ່ງບ່າງ
(ພາບ: vietnamplus.vn)

(vovworld) -     ວັນ​ທີ 4/12, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຫາຍ​ຟ່ອງ ພ້ອມກັບ​ຄະນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະຄອນ​ຫາຍ​ຟ່ອງ ດຳ​ເນີນ​ກາ​ນຳ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ເມືອງ ຮົ່ງບ່າງ ​ເພື່ອ​ແນ​ໃສ່​ແຈ້ງ​ໝາກຜົນ​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ພ້ອມ​ທັງ​ຮັບ​ຟັງ,​​ແກ້​ໄຂ​ບັນດາຄວາມ​ເປັນ​ຫ່ວງ​ກັນ​ວົນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕອບຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ກ່ຽວ​ຂ້ອງ​​ເຖິງ​ການ​ພັດທະນາ​ການ​ສຶກສາ, ບຳລຸງ​ສ້າງ; ຊີ້​ແຈ້ງ​ບັນດາ​ມາດ​ຕະການ​​ແກ້​ໄຂ​ຄວາມ​ອ່ອນ​ດ້ອຍ​ໃນວຽກ​ງານ​ຄຸ້ມ​ຄອງຄົນ​ງານ​ຕ່າງປະ​ເທດ​ຢູ່​ຫວຽດນາມ ກໍ​ຄື​ຮັດ​ແໜ້ນ​ວຽກ​ງານ​ຄຸ້ມ​ຄອງ​ໃຫ້​ຊາວ​ຕ່າງປະ​ເທດ​ເຊົ່າ​​ທີ່ດິນ​ປູກປ່າ; ບັນດາ​ຈຸດໝາຍ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ປ້ອງ​ກັນຊາ​ດ.

​ແລະ​ກໍ​ໃນວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ພ້ອມ​ກັບບັນ​ດາ​ການ​ນຳ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງນະຄອນ​ຫາຍ​ຟ່ອງກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

“ປີ 2012 ພວກ​ເຮົາ​ສາ​ມາດຮັກສາ​ລະດັບ​ເຕີບ​ໂຕ​ຄື​​ແນວ​ນັ້ນ, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ຄື​ແນວ​ນັ້ນ ຈະ​ສ້າງ​ທ່າ​ແຮງ​ໃຫ້​ນະຄອນ​ຫາຍ​ຟ່ອງ ​ເຕີບ​​ໂຕ​ສູງ​ກວ່າ, ​ອັດ​ຕາເງິນ​ເຟີ້​​ຈະຕໍ່າ​ກວ່າ, ຮັບປະກັນ​ຊີວິດ​ສັງຄົມ​ດີກ​ວ່າ​ໃນ​ປີ 2013. ບົນ​ຈິດ​ໃຈ​ຄື​ແນວ​ນັ້ນ, ຂ້າພະ​ເຈົ້າ​ຮຽກຮ້ອງ​​ໃຫ້​ບັນດາ​ສະຫາຍ​ການ​ນຳ​ນະຄອນ ກ່ອນອື່ນ​ໝົດ​ແມ່ນ​​ຕ້ອງສຸມ​ໃສ່​ກວ​ດກາ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອ​ຊຸກຍູ້​ການ​ຜະລິດ, ​ໂດຍ​ສະ​ເພາະ​ແມ່ນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ບັນດາ​ຂົງ​ເຂດ​ຄື​ກົນ​ຈັກ, ຕໍ່​ກໍ່າ​ປັ່ນ, ຊີມັງ, ຫຼັກ​ກ້າ… ພວກ​ເຮົາ​ຕ້ອງ​ເຂົ້າ​ສູ່ແຕ່ລະ​ຂົງ​ເຂດ​ຢ່າງ​ລະອຽດ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະກິດ.”

ຂ່າວ/ບົດ​ອື່ນ