ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມກອງພັນໃຫຍ່ຕຳຫຼວດເຄື່ອນທີ່ ໄຕງວຽນ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມກອງພັນໃຫຍ່ຕຳຫຼວດເຄື່ອນທີ່ ໄຕງວຽນ - ảnh 1
ກຳລັງ​ຕຳຫຼວດເຄື່ອນ​ທີ່ ໄຕງວຽນ
(ພາບ: VGP/Nhật Bắc)

(vovworld) – ຕອນ​ບ່າຍ​ວັນ​ທີ 11/4, ​ເມື່ອ​ລົງ​ຢ້ຽມຢາມ​ພະນັກງານ, ນັກຮົບ​ກອງ​ພັນ​ໃຫຍ່​ຕຳຫຼວດ​ເຄື່ອນ​ທີ່ ​ໄຕ​ງວຽນ ​ເນື່ອງ​ໃນ​​ໂອກາດ​ໄປການ​ປະຕິບັດ​ງານ​ຢູ່​ແຂວງ ຢາ​ລາຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຍາມ​ໃດພັກ, ລັດ ກໍ່​ເອົາ​ໃຈ​ໃສ່ກໍ່​ສ້າງ​ກຳ​ລັງ​ຕຳຫຼວດ​ປະຊາຊົນ​ເວົ້າ​ລວມ ​ແລະ ກຳລັງ​ຕຳຫຼວດເຄື່ອນ​ທີ່ ​ເວົ້າສະ​ເພາະ​ເພື່ອ​ກໍ່ສ້າງ​ເປັນ​ກອງ​ຕຳຫຼວດ​ຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ກອງພັນ​ໃຫຍ່​ຕຳຫຼວດເຄື່ອນ​ທີ່ ​ໄຕ​ງວຽນ ສືບ​ຕໍ່​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ສຶກສາ​ການ​ເມືອງ, ​ແນວ​​ຄິດ, ກໍ່ສ້າງ​ຫົວໜ່ວຍ​ປອດ​ໄສ, ໝັ້ນຄົງ​ເຂັມ​ແຂງ​ຮອບດ້ານ. ພ້ອມ​ທັງ​ກຳ​ແໜ້ນ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​ຢູ່​ບັນດາ​ສະຖານ​ທີ່​ຈຸດ​ສຸມ, ບັນດາ​​ແບບວິທີ, ກົນອຸບາຍ​ການ​ເຄື່ອນ​ໄຫວ​ຂອງ​ອາດຊະຍາ​ກຳ​ທຸກ​ປະ​ເພດ​ເພື່ອ​ສ້າງວິທີ​ການ​, ​ແຜນການ​ຕໍ່ສູ້, ຈັດ​ຕັ້ງ​ການ​ຝຶກ​ອົບຮົມ​​ໃນ​ທຸກໆ​ເງື່ອນ​ໄຂ, ບໍລິ​ເວນ, ສະຖານະ​ການຕ່າງໆ​ເປັນ​ປະຈຳ, ກຽມພ້ອມ​ຕໍ່ສູ້ ​ແລະ ຍາດ​​ເອົາ​ໄຊຊະນະ, ບໍ່​ປະ​ໃຫ້​​ຕົກ​ເຂົ້າ​ສູ່​ທ່າ​ຮັບ, ​ເປັນ​ເຈົ້າ​ການ​​ໃນ​ທຸກໆ​ສະຖານະ​ການ.

 

ຂ່າວ/ບົດ​ອື່ນ