ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຢູ່ລາວ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຢູ່ລາວ - ảnh 1
ກອງປະຊຸມ ACMECS 5
(ພາບ: kpl.net.la)


(vovworld) -  ​ໂດຍ​ໄດ​້ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສປປ ລາວ ທອງ​ສິງ ທຳ​ມະ​ວົງ, ຕອນ​ເຊົ້າ​ວັນ​ທີ 12/03, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ນະຄອນ​ຫຼວງວຽກ​ຈັນ, ລາວ, ​ເພື່ອ​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ຢູ່​ລາວ.

​ໃນ​ວັນ​ທີ 12/03, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ເຂດຫຼ່ຽມ 3 ພັດທະນາ ກຳປູ​ເຈຍ, ລາວ, ຫວຽດນາມ ຄັ້ງ​ທີ 7. ນີ້​ແມ່ນ​ກອງ​ປະຊຸມ​ຂັ້ນ​ສູງ​ຖືກຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງ ດ້ວຍ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ນາຍົກລັດຖະມົນຕີ 3 ປະ​ເທດ. ບັນດາ​ການ​ນຳ​ຈະ​ສຳ​ຫຼວດກວດຄືນ​ການ​ຜັນ​ຂະຫຍາຍຂໍ້ຕົກລົງຕ່າງໆ​ເຊິ່ງກອງ​ປະຊຸມ​ຄັ້ງ​ທີ 6 ​ໄດ້​ອະນຸມັດ​ຜ່ານ, ພ້ອມ​ທັງ​ສະ​ເໜີ​ບາງ​ທິດ​ທາງ​ໃຫຍ່ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ໃນ​​ເຂດ 3 ຫຼ່ຽມພັດທະນາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຍັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ການ​ຮ່ວມ​ມື​ລະຫວ່າງ ກຳປູ​ເຈຍ, ລາວ, ມຽນມາ, ຫວຽດ​ນາມ ຄັ້ງ​ທີ 6, ປຶກສາ​ຫາລື​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຢ່າງ​ລະອຽດ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ 4 ປະ​ເທດ​ທີ່​ກ່ຽວຂ້ອງ.

ຕໍ່​ຈາກ​ນັ້ນ, ວັນ​ທີ 13/03, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ເຂົ້າ​ຮ່ວມ​ກອງປະຊຸມຂັ້ນ​ສູງ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ Ayeawadi – Chao Phreaya – ​Mekong ຄັ້ງ​ທີ 5 (ACMECS 5). ສິ້ນ​ສຸດບັນດາ​ກອງ​ປະຊຸມຂັ້ນສູງ​ສຳຄັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບາງ​ແຂວງ​ທາງ​ທິດ​ເໜືອ​ຂອງ​ລາວ.

ຂ່າວ/ບົດ​ອື່ນ