ນາຍົກລັດຖະມົນຕີ ຫງວຽນເຕີນຢຸງເຂົ້າ ຮ່ວມກອງປະຊຸມຂັ້ນ ສູງຢູ່ຍີ່ປຸ່ນ


ນາຍົກລັດຖະມົນຕີ ຫງວຽນເຕີນຢຸງເຂົ້າ ຮ່ວມກອງປະຊຸມຂັ້ນ ສູງຢູ່ຍີ່ປຸ່ນ - ảnh 1

(ພາບ: VGP)

(vovworld)-  ​ວັນ​ທີ 14/12, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢຸງ​ ​​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ອາ​ຊຽນ-ຍີ່ປຸ່ນ ​ແລະ ກອງ​ປະຊຸມ​ແມ່​ຂອງ-​ຍີ່ປຸ່ນ​ຄັ້ງທີ 5 ຊື່​ງ​ໄດ້​ຈັດ​ຂຶ້ນ​ຢູ່​ຍີ່ປຸ່ນ.

  ກ່ອນ​ໜ້ານັ້ນ, ​ໃນ​ວັນ​ທີ 13/12, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ປະ​ທານ​ສະຫະພັນ​ສະມາຊິກ​ລັດຖະສະພາ​ຍີ່ປຸ່ນ-​ຫວຽດນາມ, ປະທານ​ສະພາ​ຊຸກຍູ້​ການ​ທູດ ປຊຊ, ​ປະທານທະນາຄານ​ຮ່ວມ​ມື​ສາກົນຍີ່ປຸ່ນ ​ແລະ ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​​ໃຫ່ຍຂອງ​ຍີ່ປຸ່ນ.

  ທີ່​ການ​ຕ້ອນຮັບ​ທ່ານ Nikai Toshihiro, ປະ​ທານ​ສະຫະພັນ​ສະມາຊິກ​ລັດຖະສະພາ​ຍີ່ປຸ່ນ-​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢຸງ ຊົມ​ເຊີຍ​ແນວ​ຄວາມ​ຄິດ​ສ້າງຕັ້ງມະຫາວິທະຍາ​ໄລຫວຽດນາມ-​ຍີ່ປຸ່ນ ຢູ່​ຮ່າ​ໂນ້ຍ ຊື່​ງຝ່າຍ​ຄູ່​ຮ່ວມ​ມື​ຫວຽດນາມ​-ຍີ່ປຸ່ນ​ພວມ​ຊຸກຍູ້ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ສະຫະພັນ​ສະມາຊິກ​ລັດຖະສະພາ​ຍີ່ປຸ່ນ-​ຫວຽດນາມ.

   ທີ່​ການ​ຕ້ອນຮັບ​ທ່ານ Matsuzawa Ken, ປະທານ​ສະພາ​ຊຸກຍູ້​ການ​ທູດ ປຊຊ (FEC) ຂອງ​ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢຸງ ​ເຊື່ອມໝັ້ນວ່າ, FEC ຈະ​ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເປີດ​ກ້ວາງ ​ແລະ​ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽ​ດນາມ-​ຍີ່ປຸ່ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​​ເສດຖະກິດ-ການ​ຄ້າ-​ການ​ລົງທຶນ-ພັດທະນາ​ແຫຼ່ງ​ຊັບພະຍາກອນ​ມະນຸດ….

  ທີ່​ການ​ຕ້ອນຮັບ​ທ່ານ Hirosi Watanabe ​ປະທານທັງ​ເປັນຮອງຜູ້ອຳນວຍການ ​ທະນາຄານ​ຮ່ວມ​ມື​ສາກົນຍີ່ປຸ່ນ (JBIC), ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້ JBIC ຈົ່ງ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ບັນດາ​ໂຄງການ​ສຳຄັນ​ຂອງ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ, ພະລັງງານ… ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ຈະ​ສ້າງ​ເງື່ອ​ນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ JBIC ກໍ່​ຄື​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ./.

  ​

ຂ່າວ/ບົດ​ອື່ນ