ນາຍົກລັດຖະມົນຕີ ຫງວຽນເຕິນຢຸງເຮັດວຽກ ຢູ່ແຂວງແຄງຮວາ


ນາຍົກລັດຖະມົນຕີ ຫງວຽນເຕິນຢຸງເຮັດວຽກ ຢູ່ແຂວງແຄງຮວາ - ảnh 1

​ (ພາບ: vov)

 (vovworld)- ​ ວັນ​ທີ 2/4, ​ ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ​ ​​ແລະ ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ຫວຽດນາມ ໄດ້ເຮັດ​ວຽກກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ແຄງ​ຮວາ ກ່ຽວ​ກັບ​ສະພາບ​ເສດຖະກິດ-​ສັງຄົມ​ຂອງ​ທ້ອງ​ຖິ່ນ. ທ່ານນາຍົກລັດ ຖະມົນຕີຫງວຽນ​ເຕິ​ນຢຸງ ຕີ​ລາຄາ​ສູງຄວາມ​ມານະ​ພະຍາຍາມ​ສູ້​ຊົນ, ບັນດາ​ໝາກຜົນ​ຮອບດ້ານ​ພໍ​ສົມຄວນ​ຊື່​ງ​ແຄງ​ຮວາ ບັນລຸ​ໄດ້​ໃນ​ການ​ສ້າງ​ສາ ​ແລະ ພັດທະນາ ເສດຖະກິດ-​ສັງຄົມ​ຂອງ​ທ້ອງ​ຖິ່ນ. ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ​ ຖື​ວ່າ, ພ້ອມ​ກັບ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ, ຊີວິດ​ດ້ານ​ວັດຖຸ ​ແລະ ຈິ​ດໃຈ​ຂອງ ປຊຊ ​ໃນ​ແຂວງ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໄດ້​ຫລຸ​ດລົງ, ຄວາມໝັ້ນຄົງ​ດ້ານການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໄດ້​ຮັກສາ​ໃຫ້ໝັ້ນຄົງ… ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ​ ປາດ​ຖະໜາ​ວ່າ: ​ແຄງ​ຮວາ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດໝາກຜົນ​ທີ່​ບັນລຸ​ໄດ້, ສືບ​ຕໍ່​ບື່ນຕົວ​ຂຶ້ນ​ກ່ຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ. ທ່ານນາຍົກລັດ ຖະມົນຕີຫງວຽນ​ເຕິ​ນຢຸງ​ ​ໃສ່​ໃຈ​ວ່າ: ​ແຄງ​ຮວາ​ ຈະ​ສືບ​ຕໍ່ປະຕິບັດ​ວຽກ​ງານ​ລົບ​ລ້າ​ງຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ເປັນ​ຢ່າງ​ດີ​ກ່ວາ​ອີກ, ປະຕິບັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ໜູນ​ຊ່ວຍ ປຊຊ ພັດທະນາ​ການ​ຜະລິດ, ຍົກ​ສູງຊີວິດ​ດ້ານ​ວັດຖຸ ​ແລະ ຈິ​ດໃຈ​ຂອງ ປຊຊ ​ໃນ​ແຂວງ./.

ຂ່າວ/ບົດ​ອື່ນ