ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ Nir Barkat

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືການພົວພັນ ຫວຽດນາມ - ອິດສະຣາແອນ ເປັນສຳຄັນ; ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືກ່ຽວກັນນະວັດຕະກຳ, ຂົງເຂດເຕັກໂນໂລຊີສູງ, ການຮ່ວມມືກ່ຽວກັບທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີການຮ່ວມມືໃນການຮັບມືກັບໄພແຫ້ງແລ້ງຢູ່ບັນດາແຂວງພາກກາງ...
 
ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ Nir Barkat - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Nir Barkat, ລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ
(ພາບ: VGP/Nhật Bắc)

ຕອນບ່າຍວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Nir Barkat, ລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ, ປະທານອະນຸກຳມະການ ອິດສະຣາແອນ ໃນຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນ ຫວຽດນາມ - ອິດສະຣາແອນ ເປັນສຳຄັນ; ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືກ່ຽວກັນນະວັດຕະກຳ, ຂົງເຂດເຕັກໂນໂລຊີສູງ, ການຮ່ວມມືກ່ຽວກັບທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີການຮ່ວມມືໃນການຮັບມືກັບໄພແຫ້ງແລ້ງຢູ່ບັນດາແຂວງພາກກາງ; ບຳລຸງສ້າງຊັບພະຍາກອນມະນຸທີ່ມີຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ກຽມພ້ອມເປັນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ອິດສະຣາແອນ ກັບ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

        ສ່ວນທ່ານ Nir Barkat ຢັ້ງຢືນວ່າ: ລັດຖະບານ ອິດສະຣາແອນ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ ພາກພື້ນ, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກໆຂົງເຂດ. ທ່ານ ໃຫ້ຮູ້ວ່າ: ໃນຖານະຕຳແໜ່ງເປັນລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ, ຍາມໃດທ່ານກໍ່ສະໜັບສະໜູນ, ສົມທົບກັບບັນດາກະຊວງ, ຂະແໜງການຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ, ພິເສດແມ່ນໃນບັນດາຂົງເຂດເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີຄວາມເຫັນ.

ຕອບກັບ

ຂ່າວ/ບົດ​ອື່ນ