ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຮັດ​ວຽກ​ກັບ​ການ​ນຳ ແຂວງ​ຮ່ວາ​ບິງ

(VOVWORLD) -ລາຍງານຢູ່ທີ່ການເຮັດວຽກ, ການນຳແຂວງຮ່ວາບິງ ໃຫ້ຮູ້ວ່າ ປີ 2022 ແຂວງຮົວບິງ ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ດີເດັ່ນຮອບດ້ານໃນບັນດາຂົງເຂດ, ບັນລຸ ແລະ ລື່ນກາຍ 18/19 ຄາດໝາຍຂອງແຜນການຕົ້ນຕໍ. ຍອດຜະລິດຕະພັນໃນທ້ອງຖີ່ນ (GRDP)  ບັນລຸລະດັບເຕີບໂຕ 9,03%.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຮັດ​ວຽກ​ກັບ​ການ​ນຳ ແຂວງ​ຮ່ວາ​ບິງ - ảnh 1ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ກ່າວຄຳເຫັນທີ່ການເຮັດວຽກ

ໂດຍສືບຕໍ່ວາລະເຮັດວຽກຢູ່ ແຂວງຮ່ວາບິງ, ຕອນບ່າຍວັນທີ 27 ກຸມພາ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ເຮັດວຽກກັບການນຳ ແຂວງຮ່ວາບິງ ກ່ຽວກັບໝາກຜົນການພັດທະນາເສດຖະກິດ - ສັງຄົມ ແຂວງຮ່ວາບິງ ປີ 2022 ແລະ ສອງເດືອນຕົ້ນປີ 2023; ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ປີ 2023.

ລາຍງານຢູ່ທີ່ການເຮັດວຽກ, ການນຳແຂວງຮ່ວາບິງ ໃຫ້ຮູ້ວ່າ ປີ 2022 ແຂວງຮົວບິງ ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ດີເດັ່ນຮອບດ້ານໃນບັນດາຂົງເຂດ, ບັນລຸ ແລະ ລື່ນກາຍ 18/19 ຄາດໝາຍຂອງແຜນການຕົ້ນຕໍ. ຍອດຜະລິດຕະພັນໃນທ້ອງຖີ່ນ (GRDP)  ບັນລຸລະດັບເຕີບໂຕ 9,03%. ໂຄງປະກອບເສດຖະກິດຫັນປ່ຽນຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອະທິປະໄຕຊາຍແດນແຫ່ງຊາດ ໄດ້ຮັບການຮັກສາຢ່າງໝັ້ນຄົງ; ຄວາມເປັນລະບຽບຮ້ອບຮ້ອຍຂອງສັງຄົມໄດ້ຮັບການຮັບປະກັນ.

ກ່າວຄຳເຫັນຢູ່ການເຮັດວຽກ, ທ່ານ ຟ້າມມິງຈີງ ໄດ້ຮັບຮູ້, ຍ້ອງຍໍສັນລະເສີນ ອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນ ແຂວງຮ່ວາບິງ ທີ່ມີຄວາມສາມັກຄີ, ບຸກບືນສູ້ຊົນບັນລຸໝາກຜົນຢ່າງຕັ້ງໜ້າ ກ່ຽວກັບເສດຖະກິດ - ສັງຄົມ, ປະກອບສ່ວນເຂົ້າໃນຜົນງານລວມຂອງທົ່ວປະເທດ. ໃນໄລຍະທີ່ຈະມາເຖິງ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ ແຂວງ ຖືເປັນສຳຄັນການລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ຮັບປະກັນການເຊື່ອມໂຍງຢ່າງຕໍ່ເນື່ອງພາຍໃນແຂວງ, ລະຫວ່າງບັນດາແຂວງໃນຂົງເຂດ, ລະຫວ່າງຂົງເຂດກັບທົ່ວປະທດ ແລະ ສາກົນ. ຄຽງຄູ່ກັນນັ້ນ, ຕ້ອງສຸມໃສ່ກໍ່ສ້າງ, ເສີມຂະຫຍາຍປະສິດທິຜົນເຂດກຳລັງໜູນເສດຖະກິດ; ໃຫ້ບູລິມະສິດແຫຼ່ງກຳລັງແກ່ການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ. ຖືສໍາຄັນການພັດທະນາບັນດາຂົງເຂດວັດທະນະທຳ, ສັງຄົມ, ປົກປັກຮັກສາສະພາບແວດລ້ອມ, ຮັບປະກັນສະຫວັດດີການສັງຄົມ, ຍົກສູງຊີວິດດ້ານວັດຖຸ, ຈິດໃຈຂອງປະຊາຊົນບັນດາເຜົ່າໃນບໍລິເວນແຂວງ. ປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳມູນເຊື້ອ, ຄຸນລັກສະນະສະເພາະຂອງບັນດາເຜົ່າ ແລະ ຊາວຮ່ວາບິງ.

ຕອບກັບ

ຂ່າວ/ບົດ​ອື່ນ