ນາຍົກລັດຖະມົນຕີ ຫວຽດນາມ ໂອ້ລົມທາງໂທລະສັບກັບປະທານາທິບໍດີ ຟີລິບປີນ

(VOVWORLD) -ຕອນບ່າຍວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ພາກພື້ນໃນສະພາບການໂລກລະບາດໂຄວິດ-19.
ນາຍົກລັດຖະມົນຕີ ຫວຽດນາມ ໂອ້ລົມທາງໂທລະສັບກັບປະທານາທິບໍດີ ຟີລິບປີນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte  (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງ ລະດັບຄວາມສຳຄັນຂອງການຮ່ວມມືສາກົນໃນສະພາບການປະຈຸບັນ, ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຟີລິບປີນ ແລະ ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ໃນນາມສ່ວນຕົວ ເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ແລະ ອາຊຽນ+3 ທາງອອນລາຍ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19ໃນວັນທີ 14 ເມສາ ຜ່ານມາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ສອງປະເທດມານະພະຍາຍາມຍົກສູງວົງເງິນການຄ້າສອງຝ່າຍໃຫ້ຫຼາຍກ່ວາອີກ, ຈຳກັດການນຳໃຊ້ບັນດາມາດຕະການປ້ອງກັນດ້ານການຄ້າ; ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນແຫຼ່ງສະໜອງເຂົ້າສານໃນໄລຍະຍາວ ແລະ ເປັນປົກກະຕິໃຫ້ ຟີລິບປີນ ດ້ວຍລະດັບລາຄາແກ້ງແຍ້ງ.

ສ່ວນທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ຖື ຫວຽດນາມ ແມ່ນແບບຢ່າງທີມີປະສິດທິຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19; ຕີລາຄາສູງບົດບາດນຳພາຂອງ ຫວຽດນາມ ໃນຖານະຕຳແໜ່ງເປັນປະທານ ອາຊຽນ ປີ 2020 ຕາມເນື້ອໃນຈິດໃຈຫົວຂໍ້ທີ່ວ່າ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການພົວພັນສອງຝ່າຍຢ່າງແທດຈິງ, ຍົກສູງປະສິດທິຜົນການຮ່ວມມືໃນທຸກໆຂົງເຂດ; ເຫັນດີເສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜູນກັນຢູ່ບັນດາກອງປະຊຸມເວທີປາໄສຫຼາຍຝ່າຍ. ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ເພີ່ມທະວີຄວາມສາມັກຄີ, ຮັກສາຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ຕັັ້ງໜ້າຊຸກຍູ້ການເຈລະຈາເພື່ອບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ມີຄຸນນະພາບສູງ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ