ນາຍົກລັດຖະມົນຕີ: ຫວຽດນາມຖືການເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນກຳລັງໜູນເພື່ອປະຕິຮູບເສດຖະກິດ

(VOVWORLD) - ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ໄດ້ເຂົ້າຮ່ວມເວທີປາໄສເຊື່ອມໂຍງເຂົ້າກັບເສດຖະກິດສາກົນຫວຽດນາມ ປີ 2017 ດ້ວຍຫົວຂໍ້ວ່າ “ເພີ່ມທະວີກຳລັງໜູນໃຫ້ໄລຍະພັດທະນາໃໝ່”.
ນາຍົກລັດຖະມົນຕີ: ຫວຽດນາມຖືການເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນກຳລັງໜູນເພື່ອປະຕິຮູບເສດຖະກິດ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວຄຳເຫັນທີ່ເວທີປາໄສ)

ມີບາງເນື້ອໃນຕົ້ນຕໍໄດ້ນຳມາປຶກສາຫາລືທີ່ເວທີປາໄສແມ່ນ “ສັງລວມວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ; ການເດີນທາງອອກສູ່ໂລກ”; “ຫວຽດນາມ ຕໍ່ໜ້າບັນດາທ່າອ່ຽງໃນເສດຖະກິດ ແລະ ການຄ້າສາກົນ”; “ຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນໃນສະພາບປະຈຸບັນ”.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ ແຜນນະໂຍບາຍເຊື່ອມໂຍງຂອງຫວຽດນາມ, ນັ້ນແມ່ນ ລັດຖະບານຫວຽດນາມ ຢຶດໝັ້ນແຜນນະໂຍບາຍເຊື່ອມໂຍງຢ່າງຮອບດ້ານ, ດ້ວຍຈຸດສຸມແມ່ນເຊື່ອມໂຍງເສດຖະກິດສາກົນ.

        “ລັດຖະບານຫວຽດນາມ ຖືການເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນກຳລັງໜູນເພື່ອປະຕິຮູບເສດຖະກິດ ແລະ ຄວາມຈິງແມ່ນຄືແນວນັ້ນ. ແລະການເຊື່ອມໂຍງແມ່ນເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດ. ສະນັ້ນ, ເລື່ອງສຸມໃສ່ຈັດຕັ້ງພາຍໃນພື້ນຖານເສດຖະກິດຄືນໃໝ່ ຕາມທັດສະນະເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ ຕ້ອງປະຕິຮູບເສດຖະກິດພາຍໃນຢ່າງແຮງເພື່ອໃຫ້ເໝາະສົມກັບການເຊື່ອມໂຍງດ້ານເສດຖະກິດ; ເສີມຂະຫຍາຍລັດຖະບານແຫ່ງການສ້າງສັນຢ່າງແຮງ ເພື່ອສືບຕໍ່ປັບປຸງລະບອບລະບຽບການໃຫ້ສົມບູນແບບ ແລະ ໂດຍສະເພາະແມ່ນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ເປັນຢ່າງດີກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ