ນາຍົກລັດຖະມົນຕີ ອັງກິດ Theresa May ບໍ່ປ່ຽນບັນດາລັດຖະມົນຕີຫຼັກແຫຼ່ງ

(VOVWORLD) - ໝາກຜົນຂອງການເລືອກຕັ້ງສະພາຕ່ຳ ອັງກິດ ໄດ້ຈະແຈ້ງແລ້ວ ພາຍຫຼັງທີ່ Kengington, ເຊິ່ງແມ່ນຫົວໜ່ວຍເລືອກຕັ້ງສຸດທ້າຍປະກາດໝາກຜົນການເລືອກຕັ້ງໃນຕອນບ່າຍວັນທີ 9 ມິຖຸນາ. 
 

ນາຍົກລັດຖະມົນຕີ ອັງກິດ Theresa May ບໍ່ປ່ຽນບັນດາລັດຖະມົນຕີຫຼັກແຫຼ່ງ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May 

(ພາບ: EPA/TTXVN)

ຕາມນັ້ນແລ້ວ, ພັກຮັກສາເດີມຂອງທ່ານນາງ Theresa May ຍາດໄດ້ຈຳນວນບັດສະໜັບສະໜູນນ້ອຍກ່ວາພັກກຳມະກອນປະມານ 20 ບັດ. ດັ່ງນັ້ນ, ສັງລວມແລ້ວ, ພັກຮັກສາເດີມຍາດໄດ້ 318 ທີ່ນັ່ງ, ເສຍ 12 ທີ່ນັ່ງເມື່ອທຽບໃສ່ການເລືອກຕັ້ງຄັ້ງກ່ອນ, ສ່ວນພັກກຳມະກອນຍາດໄດ້ 262 ທີ່ນັ່ງ, ເພີ່ມຂຶ້ນ 30 ທີ່ນັ່ງເມື່ອທຽບໃສ່ການເລືອກຕັ້ງຄັ້ງກ່ອນ. ເຖິງວ່າໄດ້ນຳໜ້າກໍ່ຕາມ, ແຕ່ພັກຮັກສາເດີມຂອງທ່ານນາງ May ບໍ່ຍາດໄດ້ຈຳນວນກ່ວາເຄິ່ງທີ່ນັ່ງ ເພື່ອສ້າງຕັ້ງລັດຖະບານ, ດັ່ງນັ້ນ, ພັກນີ້ໃຫ້ຮູ້ວ່າ: ອາດຈະສ້າງຕັ້ງລັດຖະບານສ່ວນໜ້ອຍດ້ວຍການໜູນຊ່ວຍຂອງພັກ ເຕົ້າໂຮມເປັນໜຶ່ງດຽວ (DUP) ຂອງໄອແລນເໜືອ, ພັກຍາດໄດ້ພຽງ 10 ທີ່ນັ່ງໃນສະພາຕ່ຳ. ໝາກຜົນຂອງການເລືອກຕັ້ງນີ້ໄດ້ສ່ອງແສງໃຫ້ເຫັນອິດທິພົນຊື່ສຽງ ແລະ ສິດອຳນາດຂອງທ່ານນາງ May ໄດ້ອ່ອນເພຍລົງ ບໍ່ພຽງແຕ່ຢູ່ພາຍໃນພັກຮັກສາເດີມ, ໃນສະພາຕ່ຳ ເທົ່ານັ້ນ ຫາກຍັງໄດ້ສົ່ງຜົນສະທ້ອນເຖິງທີ່ຕັ້ງບົດບາດຂອງທ່ານນາງ May ໃນສະຫະພາບເອີລົບ (ອີຢູ) ອີກດ້ວຍ.

        ກໍ່ໃນວັນທີ 9 ມິຖຸນາ, ຫ້ອງວ່າການຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ, ທ່ານນາງ May ບໍ່ປ່ຽນບັນດາລັດຖະມົນຕີແຖວໜ້າໃນລັດຖະບານ, ໃນນັ້ນມີລັດຖະມົນຕີການເງິນ Philip Hammond ແລະ ທ່ານລັດຖະມົນຕີການຕ່າງປະເທດ Boris Johnson. 

ຕອບກັບ

ຂ່າວ/ບົດ​ອື່ນ