ນາຍົກລັດຖະມົນຕີ ອັງກິດ ອາດຈະເລື່ອນວັນເວລາປ່ອນບັດກ່ຽວກັບຂໍ້ຕົກລົງ Brexit

(VOVWORLD) -ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ພວມມານະພະຍາຍາມອອກເຫື່ອເທແຮງເພື່ອເກ້ຍກ່ອມບັນດາສະມາຊິກສະພາແຫ່ງຊາດຮັບຮອງເອົາຂໍ້ຕົກລົງ Brexit ດ້ວຍເລື່ອງຊອກຫາຄວາມຮັບປະກັນຈາກຝ່າຍ ອີຢູ
ນາຍົກລັດຖະມົນຕີ ອັງກິດ ອາດຈະເລື່ອນວັນເວລາປ່ອນບັດກ່ຽວກັບຂໍ້ຕົກລົງ Brexit - ảnh 1ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May (ພາບ:TTXVN) 

ວັນທີ 05 ມັງກອນ, ໜັງສືພິມThe Telegraph ຂອງອັງກິດ ໄດ້ໃຫ້ຂ່າວວ່າ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May  ອາດຈະສືບຕໍ່ໂຈະການຍື່ນສະເໜີຂໍ້ຕົກລົງ Brexit ຕໍ່ ສະພາຕໍ່າໃນອາທິດໜ້າ. ໜັງສືພິມດັ່ງກ່າວ ໃຫ້ຮູ້ວ່າ ຜູ້ຊ່ວຍວຽກທ່ານນາຍົກລັດຖະມົນຕີອັງກິດບາງຄົນ ພວມກະກຽມແຜນການເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດເຫັນດີຕໍ່ຂໍ້ຕົກລົງ Brexit ດ້ວຍເງື່ອນໄຂວ່າ ສະຫະພາບເອີຣົບ ຕ້ອງຍົກອອກເງື່ອນໄຂຜ່ອນສັ້ນຜ່ອນຍາວເພີ່ມເຕີມ. ເລື່ອງສືບຕໍ່ເລື່ອນວັນເວລາປ່ອນບັດຢູ່ສະພາຕໍ່າ ໄດ້ສະແດງໃຫ້ເຫັນວ່າ ເພື່ອແກ່ຍາວເວລາ ເພື່ອໃຫ້ທ່່ານນາງນາຍົກລັດຖະມົນຕີອັງກິດ Theresa May ເກ້ຍກ່ອມບັນດາການນໍາ ອີຢູ ເພື່ອຈໍາກັດຈໍານວນຜູ້ປ່ອນບັດຄັດຄ້ານຢູ່ສະພາຕໍ່າ.

        ປັດຈຸບັນ ບັນດາຜູ້ໃຫ້ຄໍາປຶກສາຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ພວມມານະພະຍາຍາມອອກເຫື່ອເທແຮງເພື່ອເກ້ຍກ່ອມບັນດາສະມາຊິກສະພາແຫ່ງຊາດຮັບຮອງເອົາຂໍ້ຕົກລົງ Brexit ດ້ວຍເລື່ອງຊອກຫາຄວາມຮັບປະກັນຈາກຝ່າຍ ອີຢູ.

        ຕາມແຜນການແລ້ວ, ສະພາຕໍ່າອັງກິດ ຈະຈັດກອງປະຊຸມຄັ້ງໃໝ່ໃນວັນທີ 07 ມັງກອນ ເພື່ອສືບຕໍ່ປືກສາຫາລືກ່ຽວກັບຂໍ້ຕົກລົງ Brexit ແລະ ຄາດວ່າ ຈະຈັດການປ່ອນບັດໃນອາທິດໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ