ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຂະ​ແໜງ​ໄຟ​ຟ້າ​ຕ້ອງ​ຕອບ​ສະ​ໜອງ​​ຄຳ​ຮ​ຽກ​ຮ້ອງ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -    ດ້ວຍຫົວຂໍ້ “ສ້າງອົງຄະນະພັກປອດໃສ, ໝັ້ນຄົງເຂັ້ມແຂງ; ປ່ຽນແປງໃໝ່, ປະດິດຄິດສ້າງ, ບຸກທະລຸ, ພັດທະນາກຸ່ມບໍລິສັດຍືນຍົງໃນສັງກາດບຸກບືນຂອງຊາດ”, ກອງປະຊຸມໃຫຍ່ອົງຄະນະພັກກຸ່ມບໍລິສັດໄຟຟ້າ ຫວຽດນາມ ຄັ້ງທີ IV, ອາຍຸການ 2025 – 2030 ໄດ້ດຳເນີນໃນຕອນເຊົ້າວັນທີ 10 ສິງຫາ ຢູ່ຮ່າໂນ້ຍ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຂະ​ແໜງ​ໄຟ​ຟ້າ​ຕ້ອງ​ຕອບ​ສະ​ໜອງ​​ຄຳ​ຮ​ຽກ​ຮ້ອງ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຂະແໜງໄຟຟ້າຕ້ອງຮັບປະກັນຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ, ເປັນເຈົ້າການໃນດ້ານເຊື້ອໄຟຮັບໃຊ້ການຜະລິດໄຟຟ້າ, ເພິ່ມລະດັບຄວາມໄວ, ບຸກທະລຸ, ກ້າຫານກວ່າອີກໃນການພັດທະນາແຫຼ່ງ ແລະ ຕາໜ່າງໄຟຟ້າ, ພິເສດແມ່ນໄຟ້ຟານິວເຄຼຍ, ໄຟຟ້າສະອາດ, ສູ້ຊົນບືນຕົວຂຶ້ນນອນໃນ Top 3 ໃນ ອາຊຽນ, ຊ້ຳບໍ່ໜຳແມ່ນສູງກວ່າອີກ.

        ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ IV ຂອງກຸ່ມບໍລິສັດ ຈະສ້າງກຳລັງໜູນໃໝ່ຊຸກຍູ້ກຸ່ມບໍລິສັດປະກອບສ່ວນສຳຄັນເຂົ້າໃນພາລະກິດຫັນເປັນປະເທດເປັນອຸດສາຫະກຳ, ທັນສະໄໝ; ສົມກັບບົດບາດນຳໜ້າຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.

ລ້າຍວາ


ຕອບກັບ

ຂ່າວ/ບົດ​ອື່ນ