ນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງຮີບເຮັ່ງຜັນຂະຫຍາຍປະຕິບັດ ບັນດາກົດໝາຍ, ມະຕິທີ່ກອງປະຊຸມເທື່ອທີ 7

ນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງຮີບເຮັ່ງຜັນຂະຫຍາຍປະຕິບັດ ບັນດາກົດໝາຍ, ມະຕິທີ່ກອງປະຊຸມເທື່ອທີ 7 - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)

(vovworld) –  ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ ຄົ້ນຄວ້າ, ຕອບ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ຝາກ​ເຖິງ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໂດຍ​ໄວ; ຈັດ​ຕັ້ງ​​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໂດຍລັດ​ຖະມົນຕີ​ຍົກ​ອອກ​ມາ​ໃນ​ວາລະ​ຊັກ​ຖາມ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນເທື່ອ​ທີ 6 ​ແລະ ​ເທື່​ອທີ 7. ທ່ານ​ນາຍົກລັດຖະມົນຕີ ກໍ່​ຮຽກຮ້ອງ​​ໃຫ້ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ , ອົງການ​ທີ່​ກ່ຽວຂ້ອງສັງ​​ລວມ, ສ້າງ ​ແລະ ຍືນຕໍ່​ນາຍົກລັດຖະມົນຕີ ປະກາດ​ໄຊ້ບັນດາ​ເອກະສານ​ກຳນົດ​ການ​​ແນະນຳ​ການ​ປະຕິ​ບັດກົດໝາຍ 11 ສະບັບ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ຢ່າງ​ລະອຽດ.

        ກ່ຽວ​ກັບ​ການ​ຍູ້​ແຮງ​ຈຸດໝາຍ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​​ແບບ​ຍືນ​ຍົງຮອດ​ປີ 2020, ທ່ານ​ນາ​ຍົກລັດຖະມົນຕີ​ໄດ້ມອບ​ໝາຍໃຫ້ຄະນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ສືບ​ຕໍ່​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນສູນ​ກາງ​ສ້າງ​ແຜນການ, ສະ​ເໜີ​ເນື້ອ​ໃນ, ປັບປຸງ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຕາມ​ທິດ​ຫຼາຍ​ແງ່​ມູມ, ​ເໝາະ​ສົມ​ກັບ​ຄວາມສາມາດ​ດູ່​ນດ່ຽງ​ງົບປະມານ, ບໍ່​​ເຮັດ​ໃຫ້​ບັນດາ​ນະ​​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ພວມ​ປະກາດ​ໃຊ້ຖືກ​ຕັດ​ຕອນ; ຫຼຸດຜ່ອນ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ໂດຍ​ກົງ​ສຳລັບ​ກຸ່ມ​ເປົ້າ​ໝາຍ​ລະອຽດ; ​ເປີດ​ກວ້າງ​ເປົ້າ​ໝາຍ​ແມ່ນ​ຄອບຄົວ​ຫາ​ກໍ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາ​ກ ​ແລະ ​​​ໃກ້​ຈະ​ທຸກ​ຍາກ ​ເພື່ອ​ສະກັດ​ກັ້ນ​ຄວາມທຸກ​ຍາກ​ຄືນ​ໃໝ່ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ