ນາຍົກລັດຖະມົນຕີKuwaitຈະຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີKuwaitຈະຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ Kuwait Sheikh
 Jaber Mubarak Al – Hamad Al Sabad
(ພາບ: Getty)

(vovworld) – ວັນ​ທີ 02/05 ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແຈ້ງໃຫ້​ຮູ້​ວ່າ: ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາຍົກລັດຖະມົນຕີ Kuwait Sheikh Jaber Mubarak Al – Hamad Al Sabad ຈະ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 05 – 07/05/2016. ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ຝ່າຍ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ.

ຂ່າວ/ບົດ​ອື່ນ