ນາຍົກລັດຖະມົນຕີກວດກາວຽກງານຝຶກຊ້ອມກຽມພ້ອມສູ້ຮົບຢູ່ກອງພົນນ້ອຍລູກສອນໄຟເຂດ 2 ກອງທັບເຮືອ

ນາຍົກລັດຖະມົນຕີກວດກາວຽກງານຝຶກຊ້ອມກຽມພ້ອມສູ້ຮົບຢູ່ກອງພົນນ້ອຍລູກສອນໄຟເຂດ 2 ກອງທັບເຮືອ - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ກວດ​ກາ​ວຽກ​ງານ​ຝຶກ​ຊ້ອມ
ກຽມ​ພ້ອ​ມ​ສູ້​ຮົບ​ຂອງກອງ​ພົນ​ນ້ອຍ​ລູກ​ສອນ​ໄຟ​ສັງ​ກັດ​ເຂດ 2 ກອງ​ທັບ​ເຮືອ
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 19/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ກວດ​ກາ​ວຽກ​ງານ​ຝຶກ​ຊ້ອມກຽມ​ພ້ອ​ມ​ສູ້​ຮົບ​ຂອງກອງ​ພົນ​ນ້ອຍ​ລູກ​ສອນ​ໄຟ​ສັງ​ກັດ​ເຂດ 2 ກອງ​ທັບ​ເຮືອ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ກວດ​ກາ​ໂດຍ​ກົງ​ເລື່ອງ​ຜັ​ນ​ຂະ​ຫຍາຍ​ໜ້າ​ທີ່​ປັກ​ປັກ​ຮັກ​ສາ, ຄຸ້ມ​ຄອງ, ນຳ​ໃຊ້​ພາ​ຫະ​ນະ​ອຸ​ປະ​ກອນ​ເຕັກ​ນິກ ແລະ ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ບາງ​ພາ​ຫະ​ນະ​ອຸ​ປະ​ກອນ​ການ​ທະ​ຫານ​ທີ່​ທັນ​ສະ​ໄໝ​ບາງ​ປະ​ເພດຂອງກອງ​ພົ​ນ​ນ້ອຍ​ລູກ​ສອນ​ໄຟ. ເມື່ອ​​ຂຽນ​ບັນ​ທຶກ​ໃນ​ປື້ມ​ຄຳ​ມູນ​ເຊື້ອ​ຂອງກອງ​ພົນ​ນ້ອຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາດ​ຖະ​ໜາ​ຢາກ​​ໃຫ້ບັນ​ດາ​ນັກ​ຮົບ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ກອງ​ທັບ​ເຮືອ​ວິ​ລະ​ຊົນ, ຍາມ​ໃດ​ກໍ່​ສາ​ມັກ​ຄີ, ​ກຽມພ້ອມ​​ສູ້​ຮົບ, ຝຶກ​ຊ້ອມ​ເກັ່ງ; ສ້າງກອງ​ພົນ​ນ້ອຍ​ໝັ້ນ​ຄົງ​ເຂັ້ມ​ແຂງ​ຮອບ​ດ້ານ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​, ເຂດ​ໄຫລ່​ທະ​ວີບ​ສັກ​ກ​ະ​ລະ​ບູ​ຊາ​ຂອງ​ຊາດໃຫ້​ໝັ້ນ​ຄົງ ສົ​ມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ