ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ກຳ​ປູ​ເຈຍ ຍົກ​ອອກ 6 ຈຸດ​ສຸມ​ບຸ​ລິ​ມະ​ສິດ​ເມື່ອ​ນຳ​ພາ​ປະ​ເທດ​ຊາດ

(VOVWORLD) - ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງທີ່ສະພາແຫ່ງຊາດ ກຳປູເຈຍ ໃຫ້ສັດຕະຍາບັນຮັບດຳລົງຕຳແໜ່ງເປັນຜູ້ນຳຂອງລັດຖະບານປະເທດນີ້, ວັນທີ 22 ສິງຫາ, ທ່ານນາຍົກລັດຖະມົນຕີຄົນໃໝ່ Hun Manet ໄດ້ຍົກອອກ 6 ບຸລິມະສິດໃນນະໂຍບາຍນຳພາປະເທດໃນອາຍຸການ 5 ປີຂ້າງໜ້າ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ກຳ​ປູ​ເຈຍ  ຍົກ​ອອກ 6 ຈຸດ​ສຸມ​ບຸ​ລິ​ມະ​ສິດ​ເມື່ອ​ນຳ​ພາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີຄົນໃໝ່ ກຳປູເຈຍ Hun Manet (ພາບ: VOV)

6 ບຸລິມະສິດດັ່ງກ່າວລວມມີ: ເປີດກວ້າງບັນດາການບໍລິຫານເບິ່ງແຍງສຸຂະພາບ ມຸ່ງໄປເຖິງການຮັບປະກັນການເບິ່ງແຍງດູແລສຸຂະພາບຢ່າງທົ່ວເຖິງໃນໝູ່ປະຊາຊົນ; ບຳລຸງສ້າງວິຊາຊີບ ແລະ ເຕັກນິກໃຫ້ແກ່ຊາວໜຸ່ມທີ່ມີສະພາບຄອບຄົວທຸກຍາກ ແລະ ມີຄວາມສ່ຽງສູງກວ່າເພິ່ນໃນທົ່ວປະເທດ; ຫັນໂຄງການອຸດໜູນສັງຄົມທົ່ວປະເທດສຳລັບຄອບຄົວທຸກຍາກ, ເປົ້າໝາຍຄອບຄົວມີຄວາມສ່ຽງສູງກວ່າເພິ່ນ, ຄອບຄົວເຄີຍປະສົບເຄາະຮ້າຍ ເມື່ອເກີດວິກິດການດ້ານເສດຖະກິດໃຫ້ເປັນລະບອບລະບຽບການ; ສ້າງ ແລະ ຍູ້ແຮງການປະຕິບັດຍຸດທະສາດພັດທະນາເສດຖະກິດແບບບໍ່ເປັນທາງການເພື່ອໃຫ້ປະຊາຊົນສາມາດເຂົ້າຮ່ວມ ແລະ ຊົມໃຊ້ຜົນປະໂຫຍດຈາກລະບົບການຊ່ວຍໜູນສັງຄົມຢ່າງເປັນທາງການ; ຍົກອອກກົນໄກການເງິນທີ່ເໝາະສົມ ແນໃສ່ຊຸກຍູ້ການຜະລິດ, ຊອກຫາຕະຫຼາດ, ຮັກສາລາຄາຜະລິດຕະພັນກະເສດໃຫ້ຢູ່ໃນລະດັບເໝາະສົມ; ຈັດສົ່ງວິສະວະກອນກະສິກຳລົງໄປຕາແສງ ແລ້ວສ້າງສະມາຄົມຊາວກະສິກອນຢູ່ທ້ອງຖິ່ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ