ນາຍົກລັດຖະມົນຕີຊົ່ວຄາວລີບີລາອອກຈາກຕຳແໜ່ງ

ນາຍົກລັດຖະມົນຕີຊົ່ວຄາວລີບີລາອອກຈາກຕຳແໜ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ ລີ​ບີ Abdullah Al Thani
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 13/4, ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ ລີ​ບີ Abdullah Al Thani ຖະ​ແຫຼ​ງລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ຖື​ວ່າ​ທ່ານ​ພ້ອມ​ກັບ​ຄອບຄົວ​ໄດ້​ກາຍ​ເປັນ​ຜູ້​ປະສົບ​ເຄາະ​ຮ້າຍ​ຂອງ​ການ​ບຸກ​ໂຈມ​ຕີ​ກ່ອນ​ນັ້ນ​ໜຶ່ງ​ວັນ. ຖະ​ແຫຼ​ງການ​ຂອງ​ທ່ານ Abdullah Al Thani ຊີ້​ແຈ້ງວ່າ: ຈະ​ບໍ່​ຮັບ​ດຳລົງຕຳ​ແໜ່​ງນາຍົກລັດຖະມົນຕີພາຍຫຼັງ​ “ການ​ບຸກ​ໂຈມ​ຕີ​ທໍລະ​ຍົດ” ​ເພື່ອ​​ແນ​ໃສ່ທ່ານ ​ແລະ ຄອບຄົວ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ຢືນຢັນ​ວ່າ​ຍັງ​ຄົງເຮັດ​ວຽກ​​ໃນ​ຖານະ​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ​ຮອດ​​ເວລາ​ໃດ​ມີນາ​ຍົກ​ລັດຖະມົນຕີ​ຄົນ​ໃໝ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ. ຂໍ້​ຕົກລົງ​ຂອງ​ທ່ານ Abdullah Al Thani ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ສະພາ​ແຫ່ງ​ຊາດ ລີ​ບີ ຮຽກຮ້ອງ​ໃຫ້​ທ່ານ​ສ້າງ​ຕັ້ງ​ຄະ​ນະ​ລັດຖະບານ​ໃໝ່​ບໍ່​ທັນ​ຮອດ​ອາທິດ​ໜຶ່ງ.



ຂ່າວ/ບົດ​ອື່ນ