ນາຍົກລັດຖະມົນຕີຍ້ອງຍໍຊົມເຊີຍຄວາມພະຍາຍາມແລະຄວາມຕັດສິນໃຈຍາດເອົາໄຊຊະນະຂອງທິມບານເຕະຍິງຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນການແຂ່ງຂັນຂອງບັນດານັກກິລາ ອັນໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ແຟນບານເຕະຫວຽດນາມ.

ນາຍົກລັດຖະມົນຕີຍ້ອງຍໍຊົມເຊີຍຄວາມພະຍາຍາມແລະຄວາມຕັດສິນໃຈຍາດເອົາໄຊຊະນະຂອງທິມບານເຕະຍິງຫວຽດນາມ - ảnh 1 ທິມບານເຕະຍິງຫວຽດນາມ ຄວ້າໄດ້ຫຼຽນຄຳເປັນຄັ້ງທີ 6 ຢູ່ SEA Games 30

(ພາບ: VFF)

ພາຍຫຼັງທີ່ທິມບານເຕະຍິງຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງໄທ, ຄວ້າໄດ້ຫຼຽນຄຳເປັນຄັ້ງທີ 6 ຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games 30), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຂອງທິມບານເຕະຍິງຫວຽດນາມ. ພາຍຫຼັງພິທີຮັບຫຼຽນຄຳ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນການແຂ່ງຂັນຂອງບັນດານັກກິລາ ອັນໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ແຟນບານເຕະຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທ່ານນາງ ຫງວຽນທິທູຮ່າ, ປະທານສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ສົ່ງຈົດໝາຍຊົມເຊີຍ, ພ້ອມທັງຕົກລົງມອບຈຳນວນເງິນ 100 ລ້ານດົ່ງໃຫ້ແກ່ທິມບານເຕະຍິງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ