ນາຍົກລັດຖະມົນຕີຕົກລົງຖືເອົາວັນທີ27/08ທຸກປີເປັນວັນສະແຕມຫວຽດນາມ

ນາຍົກລັດຖະມົນຕີຕົກລົງຖືເອົາວັນທີ27/08ທຸກປີເປັນວັນສະແຕມຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​    ຕອນ​ເຊົ້າ​ວັນ​ທີ 08/11 ຢູ່ ຮ່າ​ໂນ້ຍ ​ໄດ​້ດຳ​ເນີນ​ພິທີ​ປະກາດ​ຂໍ​້ຕົກລົງ​ຂອງ​ທ່ານ​ນາຍົກລັດຖະມົນຕີທີ່​ຖືກວັນ​ທີ 27/08 ປະຈຳ​ປີ​ເປັນ​ວັນ​ສະ​ແຕມ ຫວຽດນາມ. ກ່ອນ​ນີ້ 70 ປີ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ຊາດ ສາທາລະນະ​ປະຊາທິປະ​ໄຕ ຫວຽດນາມ, ທ່ານ ຮິງ​ທຸກຄ໋າງ ຜູ​້ຮັກສາ​ການ​ປະທານ​ລັດຖະບານສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ ​ໄດ້​ເຊັນລັດຖະດຳລັດ​ອະນຸ​ຍາດ​​ໃຫ້​ໄປ​ສະ​ນີ ຫວຽດນາມ ພິມ ​ແລະ ຈຳ​ໜ່າຍສະ​ແຕມຮູບ​ເຄິ່ງຄີງ​ປະທານ ​ໂຮ່ຈີ​ມິນ 5 ຊຸດ​ນີ້ ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ປະຫວັດສາດ​ສະ​ແຕມ​ໄປສະນີຫວຽດນາມ. ກ່າວ​ຄຳ​ເຫັນນະ​ທີ່​ນີ້ ທ່ານ ຫງວຽນ​ກວາງ​ວີ​ງ ຮອງ​ປະທານຜູ້​ປະຈຳການ​ທັງ​ເປັນ​ເລຂາທິການ​ໃຫຍ່​ສະມາຄົມ​ສະ​ແຕມ ຫວຽດນານ ​ໃຫ້​ຮູ້​ວ່າ:

        “​ເລື່ອງຕົກລົງ​ປະກາດ​ວັນ​ສະ​ແຕມ ຫວຽດນາມ ​ແມ່ນ​ການ​ຮັບຮອງ, ປຸກລະດົມ​ກຳລັງ​ໃຈສຳລັບ​ຜູ້​ຜະລິດ​ສະ​ແຕມ, ລວມທັງ​ບັນດາ​ນັກ​ແຕ້ມ​ສະ​ແຕມ, ບັນດາ​ຜູ້​​ເຮັດວຽກງານ​ການພິມ, ບັນດາ​ຜູ້​ຈຳໜ່າຍ. ນີ້​ກໍ່ແມ່ນ​ໂອກາດ ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ຫວນ​ຄືນ​ມູນ​ເຊື້ອ​ຕໍ່​​ຄົນ​ລຸ້ນກ່ອນ, ຜ່ານ​ນັ້ນ ສົ  ່ງ​ເສີມ ປຸກລະດົມ​ບັນດາ​ຜູ້​ຜະລິດ​ສະ​ແຕມ ສືບ​ຕໍ່​ມີ​ບັນດາ​ຊຸດ​ສະ​ແຕມ​ທີ່​ສວຍ​ງາມ ​ແລະ ມີ​ຄວາມ​ໝາຍ”.

 

ຂ່າວ/ບົດ​ອື່ນ