ນາຍົກລັດຖະມົນຕີປາກິສະຖານສາບານຕົວຮັບດຳລົງຕຳແໜ່ງ

ນາຍົກລັດຖະມົນຕີປາກິສະຖານສາບານຕົວຮັບດຳລົງຕຳແໜ່ງ - ảnh 1
ຄະນະລັດຖະບານ ປາກິດສະຖານສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ
(ພາບປະກອບຈາກ APP)

(vovworld) – ພາຍຫຼັງ​​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ສະພາ​ຕຳ່​ ປາ​ກິ​ສະຖານ ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ 211 ບັດ​ໃນ​ຈຳນວນ 338 ບັດ​ນັ້ນ, ທ່ານ Rija Pervez Ashaf ​ໄດ້​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ ປາ​ກິ​ສະຖານ ຢ່າງ​ເປັນ​ທາງ​ການ. ກ່າວ​ຄວາມ​ເຫັນ​ນະ​ພິທີ​ຮັບ​ດຳລົງ​ຕຳ​ແໜ່​ງ, ທ່ານ Rija Pervez Ashaf  ໝັ້ນ​ໝາຍ​ຈະ​ເຮັດ​ໃຫ້​ປະ​ເທດ​ຊາດ​ກັບ​ຄືນ​ສູ່​ສະພາບເປັນ​ປົກກະຕິ​ໂດຍ​ໄວ, ຍູ້​ແຮງ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ ​ແລະ ຮ່ວມ​ມື​ກັບ​ອຳນາດ​ການ​ປົກຄອງ​ປະ​ເທດ ອາບ​ກາ​ນິສະຖານ ​ເພື່ອ​ຕ້ານ​ກຳລັງ ຕາ​ລີ​ບານ ​ແລະ ກຸ່ມ​ລຸກ​ຮຶ້ຂຶ້ນ.

 

ຂ່າວ/ບົດ​ອື່ນ