ນາຍົກລັດຖະມົນຕີຝຣັ່ງສະໜັບສະໜູນທ່ານນາງHillary Clintonຊະນະໃນການເລືອກຕັ້ງເປັນປະທານາທິບໍດີອາເມລິກາ

ນາຍົກລັດຖະມົນຕີຝຣັ່ງສະໜັບສະໜູນທ່ານນາງHillary Clintonຊະນະໃນການເລືອກຕັ້ງເປັນປະທານາທິບໍດີອາເມລິກາ - ảnh 1ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ Manuel Valls 
(ພາບ:EPA/TTXVN) 

(vovworld) – ວັນ​ທີ 13/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ Manuel Valls ຖະ​ແຫຼງວ່າ ປະ​ເທດ ຝ​ຣັ່ງ ສະ​ໜັບ​ສະ​ໜູນ​ທ່ານ​ນາງ Hillary Clinton, ຜູ້ອອ​ກ​ສະ​ໝັກ​ເລືອກ​ຕັ້ງ​ຂອງ​ພັກ ປະ​ຊາ​ທິ​ປະ​ໄຕ ອາ​ເມ​ລິ​ກາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ທີ່​ຈະ​ຈັດ​ຕັ້ງ​ໃນ​ເດືອນ 11 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຮ່ວມ​ກັບ​ຄູ່​ຕຳ​ແໜ່ງ​ປະ​ເທດ​ເຈົ້າ​ພາບ ກາ​ນາ​ດາ Justin Trueau ຢູ່​ນະ​ຄອນຫຼວງ Ottawa ໃນ​ວັນ​ທີ 13/10, ທ່ານ Manuel Valls ເນັ້ນ​ໜັກ​ວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama “ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ທົ່ວ​ໂລກ” ໃນ​ຂະ​ນະ​ທີ່​ທ່ານ Donald Trump “​ພັດ​ຖືກ​ຄົນ​ທົ່ວ​ໂລກ​ຫັນຫຼັງ​ໃສ່”. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ​​ວ່າພຽງ​ແຕ່​ຢ​້ຳ​ຄື​ນ​ທັດ​ສະ​ນະ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ລັດ​ຖະ​ບານ ກາ​ນາ​ດາ ຈະ​ເຮັດ​ວຽກ​ກັບ​ບໍ​່​ວ່າ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ​ທ່ານ​ໃດ​ທີ່​ໄດ້​ຮັບ​ກາ​ນ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຈາກ​​ປະ​ຊາ​ຊົນ ອາ​ເມ​ລິ​ກາ ​ພາຍຫຼັງ​ເລືອກ​ຕັ້ງ​​​ໃນ​ວັນ​ທີ 8/11 ຈະ​ມາ​ເຖິງເທົ່າ​ນັ້ນ.


ຂ່າວ/ບົດ​ອື່ນ