ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝ​ລັ່ງ​ຄົນ​ໃໝ່ ຢັ້ງ​ຢືນ​ບໍ່​ຟ້າ​ວ​ສ້າງ​ລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) - ວັນທີ 19 ພຶດສະພາ, ທ່ານນາງ Elisabeth Borne ນາຍົກລັດຖະມົນຕີ ຝລັ່ງ ຄົນໃໝ່ ປະກາດຈະບໍ່ຟ້າວ ສ້າງລັດຖະບານຊຸດໃໝ່.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝ​ລັ່ງ​ຄົນ​ໃໝ່ ຢັ້ງ​ຢືນ​ບໍ່​ຟ້າ​ວ​ສ້າງ​ລັດ​ຖະ​ບານ​ຊຸດ​ໃໝ່ - ảnh 1ທ່ານນາງ Elisabeth Borne ນາຍົກລັດຖະມົນຕີ ຝລັ່ງ ຄົນໃໝ່ (ພາບ: TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ໃນການປະກົດຕົວຄັ້ງທຳອິດນັບແຕ່ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່, ທ່ານນາງ Borne ຊີ້ແຈ້ງວ່າ ການເຈລະຈາ ຍັງດຳເນີນໄປ ແລະ ປັດຈຸບັນທ່ານນາງ ບໍ່ໄດ້ບັງຄັບໃຫ້ຍົກອອກການຕັດສິນ. ທ່ານນາງ Borne ຢັ້ງຢືນວ່າຈະຮ່ວມມືກັບ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຢ່າງແໜ້ນແຟ້ນ ແລະ ຈະບໍ່ຟ້າວ ສ້າງຕັ້ງລັດຖະບານຊຸດໃໝ່.

        ກ່ອນໜ້ານັ້ນ, ໃນວັນທີ 16 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Macron ໄດ້ແຕ່ງຕັ້ງທ່ານນາງ Elisabeth Borne ເປັນນາຍົກລັດຖະມົນຕີ. ດັ່ງນັ້ນ, ນີ້ເປັນຄັ້ງທຳອິດນັບແຕ່ 30 ປີມານີ້, ປະເທດຝລັ່ງມີແມ່ຍິງເປັນນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ