ນາຍົກລັດຖະມົນຕີລັດ ເຊຍ Dmitry Medvedev ຢ້ຽມຢາມ Crimea ໂດຍບັງເອີນ


ນາຍົກລັດຖະມົນຕີລັດ ເຊຍ Dmitry Medvedev ຢ້ຽມຢາມ Crimea ໂດຍບັງເອີນ - ảnh 1

ທ່ານນາຍົກລັດຖະມົນຕີລັດ​ເຊຍ​ໄປ​ຢ້ຽມຢາມ​ໂຮງຮຽນ​ແຫ່ງ​ 1 ຢູ່ Simferopol, Crimea

(ພາບ: AFP)

(vovworld)- ​ວັນ​ທີ 25/5, ທ່ານນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ໄດ້​ໄປ​ຢ້ຽມຢາມ Crimea  ຊື່​ງ​ແມ່ນ​ແຫຼມ​ຢູ່​ແຄມ​ທະ​ເລ​ດຳ​ທີ່​ຫາ​ກໍ່​ຖືກ​ໂອນ​ເຂົ້າມົດ​ສະ​ກູ​ເມື່ອ​ເດືອນ 3/2014 ທີ່​ຜ່ານ​ມາ. ​ໃນ​ການ​ຢ້ຽມ​ຢາມ Crimea ​ເປັນຄັ້ງທີ 2 ນີ້, ທ່ານນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ໄດ້​ໄປ​ຢ້ຽມຢາມຫ້ອງການ​ອົງການຍົກຍ້າຍ​ສະຫະພັນ​ລັດ​ເຊຍ ປະຈຳ Crimea ຊື່​ງ​​ເຄີຍແມ່ນ​ສູນ​ອອກ​ໜັງສືຜ່ານ​ແດນ​ຂອງ​ລັດ​ເຊຍ, ຫຼັງ​ຈາກ​ນັ້ນ, ທ່ານ​ໄດ້ພົບ​ປະ​ກັບ​ປະຊາຊົນ​ຢູ່​ສຳນັກງານ​ຂອງພັກ​ລັດ​ເຊຍ​ເອກະ​ພາບ (UR) ກຳ​ອຳນາດ​ຢູ່​ນະຄອນ Sevastopol. ​ໃນ​ວັນ​ທີ 26/5, ທ່ານ​ໄດ້​ໄປ​ຢ້ຽມຢາມ​ສູນ​ເດັກນ້ອຍ​ສາກົນ Artek.

   ປະຕິກິລິຍາ​ກ່ຽວ​ກັບ​ການຢ້ຽມຢາມ​​ໂດຍ​ບັງ​ເອີນ​ຂອງທ່ານນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev, ກະຊວງ​ການ​ຕ່າງປະ​ເທດຢູ​ແກຼນ ຖະ​ແຫຼ​ງ​ວ່າ: ການ​ຢ້ຽມຢາມ​ແຫຼມ Crimea ຂອງທ່ານນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ກົງ​ກັບ​ວັນ​ເລືອກ​ຕັ້ງປະທານາທິບໍດີ​ຢູ​ແກຼນ ​ແມ່ນ “ການ​ກະທຳ​ເກາະ​ຜິດ​ໂດຍມີ​ຈຸດປະສົງ ​ເພື່ອ​ແນ​ໃສ່​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່ ຢູ​ແກຼນ“./.

 

ຂ່າວ/ບົດ​ອື່ນ