ນາຍົກລັດຖະມົນຕີລັດເຊຍDmitryMedvedevຢ້ຽມຢາມກຳປູເຈຍ

ນາຍົກລັດຖະມົນຕີລັດເຊຍDmitryMedvedevຢ້ຽມຢາມກຳປູເຈຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev
(ພາບ: AFP)

(vovworld) – ​​ ​ໃນວັນ​ທີ 22/11, ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev ມາ​ຮອດ ກຳປູ​ເຈຍ, ​ນີ້​ແມ່ນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​​ໄປ​ປະຕິບັດ​ງານ​ຢູ່ ອາຊີ ຄັ້ງ​ນີ້​ຂອງ​ທ່ານ Dmitry Medvedev. ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev ຈະ​ພົບ​ປະ​ເຈລະຈາ​ກັບ​ຄູ່ຕຳ​ແໜ່​ງ ກຳປູ​ເຈຍ Hun Sen ​ແລະ ມີ​ການ​ພົບ​ປະ​ກັບ ກະ​ສັດ​ແຫ່ງລາດ​ຊະ​ອານາຈັກ ກຳປູ​ເຈຍ ພະ​ບໍລົມ​ມະ​ນຽດ Norodom Sihamoni. ຄາດ​ຄະ​ເນ​ວ່າ: ພາຍຫລັງ​ການ​ພົບ​ປະ​ເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານ​ຈະ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 2 ຝ່າຍ 6 ສະບັບ ​ໃນ​ນັ້ນ​ມີ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ພັກ​ປະຊາຊົນ ກຳປູ​ເຈຍ ​ແລະ ພັກ​ລັດ​ເຊຍ​ເອກະ​ພາບ​ກຳ​ອຳນາດ, ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຕ້ານການ​ຟອກ​ເງິນ ​ແລະ ອຸປະຖຳ​ກໍ່​ການ​ຮ້າຍ, ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລົງທຶນ 2 ສະບັບ ​ແລະ ບົດ​ບັນທຶກຊ່ວຍ​ຈຳ 2 ສະບັບ​ລະຫວ່າງ​ສຳນັກ​ຂ່າວສານ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ຂອງ ກຳປູ​ເຈຍ ​ແລະ ສຳນັກ​ຂ່າວສານ ລັກ​ເຊຍ. ການ​ຢ້ຽມຢາມ ກຳປູ​ເຈຍ ​ເປັນ​ເວລາ 3 ວັນ​ໃນ​ຄັ້ງ​ນີ້​ຂອງ​ ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນສຸມ​ໃສ່​ເຂົ້າ​ໃນ​ການ​ເປີດ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ເຕັກນິກ​ການ​ທະຫານ ​ແລະ ກູ້​ຊ່ວຍ​ມະນຸດສະທຳ.

ຂ່າວ/ບົດ​ອື່ນ