ນາຍົກລັດຖະມົນຕີລັດເຊຍຕີລາຄາສູງFTAລະຫວ່າງEAEUແລະຫວຽດນາມ

ນາຍົກລັດຖະມົນຕີລັດເຊຍຕີລາຄາສູງFTAລະຫວ່າງEAEUແລະຫວຽດນາມ - ảnh 1
(ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medevedev)

​(vovworld) - ວັນ​ທີ 11/06, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່​ສື່ມວນ​ຊົນພາສາ​ລັດ​ເຊຍ​ໂລກ​ຄັ້ງ​ທີ 17 ທີ່​ຈັດ​ຕັ້ງ​​ຢູ່​ມົດສກູ, ສະຫະພັນ​ລັດ​ເຊຍ, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medevedev ​ໄດ້​ສະ​ຫງວນ​ເວລາ​ແລກປ່ຽນ​ກັບ​ບັນດາ​ຜູ​້​ແທນ​ກ່ຽວ​ກັບ​ບາງ​ບັນຫາ, ​ໃນ​ນັ້ນ​ມີ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ​ລະຫວ່າງພັນທະ​ມິດເສດຖະກິດ​ອາຊີ - ​ເອີ​ລົບ (EAEU) ກັບ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Dmitry Medevedev ​ຕີ​ລາຄາ​ວ່າ, ນີ້​ແມ່ນ FTA ສະບັບ​ທຳ​ອິດ​ຂອງພັນທະ​ມິດເສດ​ເສດຖະກິດ​ອາຊີ - ​ເອີ​ລົບ. ​ເລື່ອງ​ລົງ​ນາມ FTA ກັບ​ຫວຽດນາມ ​ໄດ້​ເປີດ​ປະຕູຕະຫຼາດ​ທີ່​ກວ້າງ​ໃຫຍ່​ດ້ວຍ​ພົນລະ​ເມືອງ​ກວ່າ 600 ລ້ານ​ຄົນ ຢູ່​ພາ​ກພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃຫ້​ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ໃນ​ພັນທະ​ມິດ. ​ເຫດການ​ນີ້​ໄດ້​​ເປີດ​ປະຕູ​ໃຫ້​ລັດ​ເຊຍ ​ເຂົ້າ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ພວມ​ພັດທະນາ​ຢ່າງ​ຂະ​ຫຍັນ​ຂັນ​ເຂື່ອນ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ.

      ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ນາຍົກລັດຖະມົນຕີລັດ​ເຊ​ຍ ​ໄດ້​ຕີ​ລາຄາ​ສູງ​ເວທີ​ປາ​ໄສ​ສ່ືມວນ​ຊົນ​ພາສາ​ລັດ​ເຊຍ, ​ເຊິ່ງ​ແມ່ນ​​ແຫ່ງ​ເຕົ້າ​ໂຮ​​ມ​ຜູ້​ຕາງ​ໜ້າບັນດາ​ສຳນັກ​ຂ່າວສານ, ສື​່ມວນ​ຊົນ, ​ໂທລະພາບ, ກະຈາຍສຽງ​ດ້ວຍ​ພາສາ​ລັດ​ເຊ​ຍ ທີ່ມາ​ຈາກ 60 ປະ​ເທດ​ໃນ​ທົ່ວ​ທະວີບ, ​ໃນ​ນັ້ນມີ​ຫວຽດນາມ.

ຂ່າວ/ບົດ​ອື່ນ