ນາຍົກລັດຖະມົນຕີສິງກະໂປແລະພັນລະຍາເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີສິງກະໂປແລະພັນລະຍາເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ.ສິງ​ກະ​ໂປ ຫຼີິ​ຊຽນ​ຫຼົງ ເລ​ີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ
ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ
(ພາບ: VGP)

(vovworld) - ​ວັນ​ທີ 21/03, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ.ສິງ​ກະ​ໂປ ຫຼີິ​ຊຽນ​ຫຼົງ ແລະ ພັນ​ລະ​ຍາ ເລ​ີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ. ການ​ຢ້ຽມ​ຢາມ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 21 – 24/03. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ແລກ​ປ່ຽນ​ບັນ​ດາ​ທິດ​ທາງ​ຍຸດ​ທະ​ສາດ, ມາດ​ຕະ​ການ​ຢ່າງ​ລະ​ອຽດ ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ໃຫ້​ເລິກ​ເຊິ່ງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໄປ​​ທັ​ນກັບ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ວ່ອງ​ໄວ​ໃນ​ປະ​ຈຸ​ບັນ ຂອງ​ການ​ປະ​ຕິ​ບັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ວັດ​ທະ​ນາ​ຖາ​ວອນ, ຊຸກ​ຍູ​້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຢູ່​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ.



ຂ່າວ/ບົດ​ອື່ນ