ນາຍົກລັດຖະມົນຕີສິ້ນສຸດການຢ້ຽມຢາມຍີ່ປຸ່ນແລະກອງປະຊຸມສຸດຍອດຈີ7ເປີດກວ້າງ

ນາຍົກລັດຖະມົນຕີສິ້ນສຸດການຢ້ຽມຢາມຍີ່ປຸ່ນແລະກອງປະຊຸມສຸດຍອດຈີ7ເປີດກວ້າງ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ແມ່ນຜູ້ຍື່ນທີ່ 5 (ນັບແຕ່ເບື້ອງຂວາ)
(ພາບ: tapchicongsan.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/5, ​ເຮືອບິນ​ພິ​ເສດ​ໂດຍສານທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ​ສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ, ນະຄອນ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ​ຈີ7 ​ເປີດ​ກວ້າງ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໃນ​ລະຫວ່າງ​ວັນ​ທີ 26-28/5 ຢ່າງ​ເປັນ​ທາງ​ການ.

        ​ໃນ​ໄລຍະ​ເຂົ້າ​ຮ່ວມ ກອງ​ປະຊຸມ​ສຸດ​ຍອດ ​ຈີ7 ​ເປີດ​ກວ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ຫຼາຍ​ເຫດການ​ໃຫຍ່ ​ແລະ ພົ້ນ​ເດັ່ນ. ພິ​ເສດ​ແມ່ນ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ ກອງ​ປະຊຸມ​ສຸດ​ຍອດ ​ຈີ7 ​ເປີດ​ກວ້າງ. ​ໃນ​ບົດກ່າວ​ປາ​ໄສ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ແບ່ງປັນ​ຄວາ​ມວິຕົກ​ກັງວົນ​ຂອງ​ບັນດາ​ປະ​ເທດ ຈີ7 ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ການ​ທ້າ​ທາຍ​ສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ບົນ​ທະ​ເລ​ຕາ​ເວັນ​ອອກ. ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ບັນດາ​ປະ​ເທດ​ກ່ຽວຂ້ອງ, ​ແກ້​ໄຂ​ການ​ພິພາດ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ,​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພື່ອ​ບັນລຸ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງຝ່າຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

        ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ກໍ່​ຄື​ການ​ນຳ​ບາງ​ວິ​ສາ​ຫະກິດ​ ຍີ່ປຸ່ນ. ທີ່​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງຕ່າງໆ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ປັບປຸງ, ພັດທະນາ​ການ​ພົວພັນ​ກັບ​ທຸກ​ປະ​ເທດ​ຢູ່​ໃນ​ໂລກ​ບົນ​ຈິດ​ໃຈ “​ເປັນ​ເພື່ອນມິດ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ທັງ​ແມ່ນ​ສະມາຊິກ​​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ສາກ​ົນ“. ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ​ບັນດາ​ປະ​ເທດ ​ແລະ ຄູ່​ຮ່ວມ​ມື​ສະໜັບສະໜູນ ຫວຽດນາມ​ ຮັບ​ສະໝັກ​ເຂົ້າກຳ​ມະ​ການ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ​້ນຄົງ​ສະຫະ​ປະຊາ​ຊາດ ​ໄລຍະ 2020-2021 ​ແລະ ຮັບ​ສະໝັກ​​ເປັນ​ຫົວໜ້າ​ອົງການ UNESCO, ອາຍຸ​ການ 2017-2021.


ຂ່າວ/ບົດ​ອື່ນ