ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອະດີດປະທານສະພາສູງມາເລເຊຍ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອະດີດປະທານສະພາສູງມາເລເຊຍ - ảnh 1
ທ່ານ​ອະ​ດິດ​ປະ​ທານ​ສະ​ພາ​ສູງ ມາ​ເລ​ເຊຍ Tan Sri Dato Michael Chen Wing Sum ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ 
(ພາບ: Thống Nhất/TTXVN)

(vovworld) - ​ຕອ​ນ​ບ່າຍ​ວັນ​ທີ 27/9, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ກາ​ນ​ຕ້ອນ​ຮັບ​ທ່ານ​ອະ​ດິດ​ປະ​ທານ​ສະ​ພາ​ສູງ ມາ​ເລ​ເຊຍ Tan Sri Dato Michael Chen Wing Sum, ພ​ວມ​ມີ​ການ​ຢ້ຽມ​ຢາມ ຫ​ວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ຫງວຽນ​ຊວນ​ຟ​ຸ​ກ ໃຫ້​ຮູ້​ວ່າ: ຫວຽດ​ນາມ ພວມຢູ່​ໃນ​ໄລ​ຍະ​ຍູ້​ແຮງ​ຫັນ​ເປັ​ນ​ອຸດ​ສາ​ຫ​ະ​ກຳ​, ທັນ​ສະ​ໄໝ, ສຸມ​ໃສ່​ມາ​ນະ​ພະ​ຍາ​ຍາມ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ, ນຳ​ມາ​ເຊິ່ງ​ທັງ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ໃນ​ສະ​ພາບ​ການນັ້ນ, ຫວຽດ​ນາມ ກຳ​ນົດ​ຊຸ​ກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ, ໃນ​ນັ້ນ​ມີ ມາ​ເລ​ເຊຍ ແມ່ນ​ທິດ​ບຸ​ລິ​ມະ​ສິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ຫງວນ​ບຸ​ລິ​ມະ​ສິດກໍ່​ຄື​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ມາ​ເລ​ເຊຍ. ທ່ານ ຫງວຽນ​ຊວນ​ຟ​ຸກ ຊົມ​ເຊີຍ​ບັນ​ດາ​ທະ​ນາ​ຄານ​ຂອງ ມາ​ເລ​ເຊຍ ​ທີ່​ໄດ້ມີ​ການ​ເອົາ​ໃຈ​ໃສ່​ຮ່ວມ​ມືລົງ​ທຶນ​ເຂົ້າ​ຕະຫຼາດ​ທະ​ນາ​ຄານ - ການເງິນ ຫວຽດ​ນາມ. ທ່ານ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ການ​ປະ​ຕິ​ວັດ​ເຕັນ​ໂນ​ໂລ​ຢີຄື​ປະ​ຈຸ​ບັນ, ຫວຽດ​ນາມ ສຸມ​ໃສ່​ດ​ຶງ​ດູດ​ກາ​ນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ນຳ​ມາ​ເຊິ່ງ​ມຸນ​ຄ່າ​ເພີ່ມ​ສ​ູງ, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.


ຂ່າວ/ບົດ​ອື່ນ