ນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບເລຂາທິການໃຫຍ່ LDP ແລະ ຜູ້ຕາງໜ້າປະຊາຄົມປັນຍາຊົນຫວຽດນາມຢູ່ຍີ່ປຸ່ນ

(VOVWORLD) -2 ຝ່າຍໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມືຂອງບັນດານັກລົງທຶນ, ວິສາຫະກິດ 2 ປະເທດ, ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາຫວຽດນາມ - ຍີ່ປຸ່ນ

ນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບເລຂາທິການໃຫຍ່ LDP ແລະ ຜູ້ຕາງໜ້າປະຊາຄົມປັນຍາຊົນຫວຽດນາມຢູ່ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີ (LDP) ກຳອຳນາດ

(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີ (LDP) ກຳອຳນາດ, ປະທານພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ ແລະ ບັນດາສະມາຊິກລັດຖະສະພາໃນພັນທະມິດ; ພົບປະກັບຜູ້ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ.

        ທີ່ການພົບປະ 2 ຝ່າຍໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມືຂອງບັນດານັກລົງທຶນ, ວິສາຫະກິດ 2 ປະເທດ, ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາຫວຽດນາມ - ຍີ່ປຸ່ນ, ການຮ່ວມມືຂັ້ນທ້ອງຖິ່ນ… ລະຫວ່າງ 2 ປະເທດໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງກວ່າອີກ.

        ທີ່ການພົບປະກັບຜູ້ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ປະຊາຄົມຢູ່ຍີ່ປຸ່ນ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍໍ່ໃຫ້ລຸ້ນໜຸ່ມ, ນັກທຸລະກິດ ແລະ ປະຊາຊົນ 2 ປະເທດກວ່າອີກ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ