ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອັງກິດ

(VOVWORLD) -ຕອນບ່າຍ ວັນທີ 6 ມິຖຸນາ,  ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Giles Lever ເອກອັກຄະລັດຖະທູດອັງກິດປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ.

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອັງກິດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຕ້ອນຮັບທ່ານ Giles Lever ເອກອັກຄະລັດຖະທູດອັງກິດປະຈຳຫວຽດນາມ

(ພາບ: VOV)

ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານເອກອັກຄະລັດຖະທູດໃນການຫັນ ແລະ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເປັນລະອຽດ. ສອງປະເທດຄວນສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການເສດຖະກິດ - ການຄ້າຫວຽດນາມ - ອັງກິດ (JETCO) ທີ່ຈະມາເຖິງໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີຫວຽດນາມ ກໍໃຫ້ຮູ້ວ່າ ຫວຽດນາມປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຂອງອັງກິດຜ່ານກອງທຶນ ທິ້ງເວື້ອງ (ວັດທະນາຖາວອນ), ພິເສດແມ່ນໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ເຕັກໂນໂລຢີຂຽວ, ຄົ້ນຄວ້າວິທະຍາສາດ… ພ້ອມທັງເນັ້ນໜັກ ປີ 2018, ສອງປະເທດຈະສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະນັ້ນ ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງປະເທດ ຈົ່ງເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າເຂົ້າອົກໃຈເຊິ່ງກັນແລະກັນລະຫວ່າງສອງຊາດ.

        ສ່ວນທ່ານເອກອັກຄະລັດຖະທູດ Giles Lever ໃຫ້ຂໍ້ສັງເກດວ່າ ຫວຽດນາມບັນລຸໄດ້ໝາກຜົນຫຼາຍຢ່າງກ່ຽວກັບການປັບປຸງສະພາບແວດລ້ອມການແຫ່ງການດຳເນີນທຸລະກິດ ແລະ ລັດຖະບານອັງກິດຈະໜູນຊ່ວຍດ້ານເຕັກນິກໃນຂົງເຂດດັ່ງກ່າວໃຫ້ແກ່ຫວຽດນາມ. ເນັ້ນໜັກວ່າ ການສຶກສາ ແລະ ບໍາລຸງສ້າງ ແມ່ນຂົງເຂດບຸລິມະສິດໃນການຮ່ວມມື, ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ອັງກິດຈະເພີ່ມຈຳນວນທຶນການສຶກສາໃຫ້ນັກສຶກສາຫວຽດນາມ. ພ້ອມທັງຢັ້ງຢືນວ່າ ອັງກິດຈະສະໜັບສະໜູນເລື່ອງຮັບປະກັນຄວາມໝັ້ນຄົງ, ເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ດ້ວຍການປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ.


ຕອບກັບ

ຂ່າວ/ບົດ​ອື່ນ