ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ອິນເດຍ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຄູ່ເຈລະຈາອາຊຽນ - ອິນເດຍ ແລະ ພິທີສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງປະເທດສ.ອິນເດຍ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ອິນເດຍ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບ

ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo)

ວັນທີ 26 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີກຳປູເຈຍ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີຊີ້ນຳບັນດາກະຊວງ, ຂະແໜງການຊຸກຍູ້ການຜັນຂະຫຍາຍປະສິດທິຜົນບັນດາຂໍ້ຕົກລົງທີ່ບັນລຸໄດ້ຢູ່ກອງປະຊຸມຂັ້ນສູງຮ່ວມມືພາກພື້ນເຂດ 3 ຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 9 ເຊິ່ງໄດ້ຈັດຕັ້ງຢູ່ Siem Reap ເມື່ອເດືອນ ພະຈິກ 2016, ກະກຽມໃຫ້ໃຫ້ກອງປະຊຸມຂັ້ນສູງຮ່ວມມືພາກພື້ນເຂດ 3 ຫຼ່ຽມພັດທະນາ CLV ຄັ້ງທີ 10 ຢ່າງແທດຈິງ, ເຊິ່ງຄາດວ່າຈະດຳເນີນຢູ່ຮ່າໂນ້ຍ ໃນເດືອນ ມີນາ 2018. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນ, ສູ້ຊົນປະຕິບັດວຽກງານຂີດເສັ້ນຊາຍແດນ ປັກຫຼັກໝາຍຊາຍແດນໃຫ້ສຳເລັດ 100% ໂດຍໄວ, ສ້າງພື້ນຖານສຳຄັນໃຫ້ວຽກງານຄຸ້ມຄອງເຂດຊາຍແດນລະຫວ່າງ 2 ປະເທດເພື່ອພ້ອມກັນພັດທະນາ.

ທີ່ການພົບປະກັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo, ການນຳ 2 ທ່ານໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການຂອງ 2 ປະເທດຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫວຽດນາມ; ສືບຕໍ່ແລກປ່ຽນບັນດາມາດຕະການເພີ່ມທະວີວົງເງິນການຄ້າ 2 ສົ້ນ, ສູ້ຊົນບັນລຸໃຫ້ໄດ້ຄາດໝາຍ 10 ຕື້ USD ໂດຍໄວ… ການນຳ 2 ທ່ານກໍ່ເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກອງປະຊຸມສຸດຍອດອາຊຽນ ທີ່ຈະມາເຖິງ, ປະກອບສ່ວນເພີ່ມທະວີການຮ່ວມມືພາຍໃນກຸ່ມ ແລະ ປັບປຸງບົດບາດໃຈກາງຂອງອາຊຽນ ໃນພາກພື້ນ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນຄົນໃໝ່; ເຂົ້າຮ່ວມພິທີເດີນຂະບວນ ຂ່ຳນັບຊົມເຊີຍວັນສ້າງຕັ້ງປະເທດສາທາລະນະອິນເດຍ ໃນຖານະເປັນແຂກຖືກເຊີນຕົ້ນຕໍ່ຂອງປະທານາທິບໍດີອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ