ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບການນຳບັນດາປະເທດອາຊຽນ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບການນຳບັນດາປະເທດອາຊຽນ - ảnh 1
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບນາຍົກລັດຖະມົນຕີ ກຳປູເຈຍ
(ພາບ: VGP/Quang Hiếu)

(vovworld) – ​ໂດ​ຍສືບ​ຕໍ່​ລາຍການ​ເຮັດ​ວຽກ​ຢູ່  Sochi, ສະຫະພັນ ລັດ​ເຊຍ, ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ລັ​ດ​ເຊຍ, ວັນ​ທີ 20/5, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫຼີຊຽງ​ຫຼົງ ​ແລະ ທ່ານນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Tun Rajak.

        ທີ່​ການ​ພົບ​ປະ​ກັບນາຍົກລັດຖະມົນຕີ ສິງກະ​ໂປ, 2 ຝ່າຍມີ​ຄວາມ​ເພິ​່ງພໍ​ໃຈຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຍຸດ​ທະ​ສາດ ຫວຽດນາມ - ສິງ​ກະ​ໂປ, ປີ 2015 ​ການແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ​ໄດ້​ຮັບ​ການ​ຮັກສາ, ວົງ​ເງິນການ​ຄ້າ 2 ສົ້ນ​ເພີ່ມ​ຂຶ້ນ 10%, ບັນລຸ​ 16 ຕື້ USD…

        ​ໃນ​ການ​ພົບ​ປະ​ກັບ ນາຍົກລັດຖະມົນຕີ ມາ​ເລ​ເຊຍ, 2 ຝ່າຍ​ເຫັນ​ດີ​ເປັ​ນ​ເອກະສັນ​ປະຕິບັດ​ສຳ​ເລັດ ​ແລະ ​ເຊ​ັນບັນດາ​ສັນຍາ​ໜູນ​ຊ່ວຍ​ດ້ານ​ຍຸດຕິ​ທຳ​ໂດຍ​ໄວ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 19/5, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ມີ​ການພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອຊາ. ນາຍົກລັດຖະມົນຕີ 2 ທ່າ​ນ​ເຫັນ​ດີ​ເປັນ​ເອກະພາບ​ສົມທົບ​ກັນ​ຊີ້​ນຳ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ ​ແລະ ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ຄະນະ​ລັດຖະບານ​ປະສົ​ມ ຫວຽດນາມ - ​ໄທ ຄັ້ງ​ທີ 3 ​ແລະ ​ໂຄງການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ ​ໄລຍະ 2014 – 2018 ຢ່າງ​ມີ​ປະສິດທິ​ຜົນ.


ຂ່າວ/ບົດ​ອື່ນ