ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບປະທານາທິບໍດີຝລັ່ງ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບປະທານາທິບໍດີຝລັ່ງ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ພົບປະເຈລະຈາກັບປະທານາທິບໍດີຝລັ່ງ)

(vovworld) - ​ຕອນ​ເຊົ້າ​ວັ​ນ​ທີ 06/09, ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande ພວມ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ເບີ​ດ​ບານ​ຕໍ່​ບັນ​ດາ​ໝາກ​ຜົນ​ອັນ​ດີ​ງາມ​ໃນ​ການ​ເຈ​ລ​ະ​ຈາ​ລະ​ຫວ່າງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກ​ວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande ກ​ໍ​ຄື​ບັນ​ດາ​ໝາກ​ຜົນ​ຮອບ​ດ້ານ​ທີ່​ບັນ​ລຸ​ໄດ້​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຫວຽດ​ນາມ - ຝ​ລັ່ງ ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ປ​າດ​ຖະ​ໜາ​ວ່າ, ຝ​ລັ່ງ ຈະສືບ​ຕໍ່​ຮັກ​ສາ​​ອຸ​ປະ​ຖຳ​ແຫຼ່ງ​ທຶນ ODA ໃຫ້​ແກ່​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ… ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ 2 ຝ່າຍ​ຊຸກ​ຍູ​້​ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນກວ່າ​ອີກ, ສູ້​ຊົນ​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ສົ້ນ​​ຂຶ້ນທົບ 2 ເທົ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນຟຸກ ປາດ​ຖະ​ໜາ​ວ່າ, ຝ​ລັ່ງ ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະ​ຫງົບ​ປອດ​ໄພ ແລະ ການ​ເດີນ​ທະ​ເລ​ຢ່າງ​ເສ​ລ​ີ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982…

        ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande ຢືນ​ຢັນ​ວ່າ, ຝ​ລັ່ງ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ໃຫ້​ແກ່​ການເພີ່ມ​ທະ​ວີ​ຮ່ວມມ​ື​ດ້ານ​ເສດ​ຖະ​ກິດ​ກັບ​ຫວຽດ​ນາມ. ຝ​ລັ່ງ ກໍ່​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມມ​ື​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດວິ​ທະ​ຍາ​ສາດ - ເຕັກ​ໂ​ນ​ໂລ​ຊ​ີ ​ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາບຳ​ລຸງ​ສ້າງ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດ​ິນ​ຟ້າ​ອາ​ກາດ…

ຂ່າວ/ບົດ​ອື່ນ