ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມກຳປູເຈຍເຂົ້າຮ່ວມກອງປະຊຸມສຸດຍອດ CLV9

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມກຳປູເຈຍເຂົ້າຮ່ວມກອງປະຊຸມສຸດຍອດ CLV9 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽ​ນ​ຊວນ​ຟຸກ
(ພາບ​ປະ​ກອບ)

(vovworld) - ​​​ ​​ ໂດຍ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ນາຍ​ົກ​ລັດ​ຖະ​ມົ​ນ​ຕີ​ແຫ່ງ​ລາ​ຊະ​ອາ​ນາ​ຈ​ັກກຳ​ປູ​ເຈຍ Samdech Techo Hun Sen, ຕອນ​ເຊົ້າ​ວັ​ນ​ທີ 23/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽ​ນ​ຊວນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ຄັ້ງ​ທີ 9 (CLV9). ກອງ​ປະ​ຊຸມ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 23 – 24/11/2016 ຢູ່ Siem Reap, ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ.

        ໃນ​ໄລ​ຍະ 17 ປີ​ຜ່ານ​ມາ, ເຂດ 3 ຫຼ່ຽມ​ພັດ​ທະ​ນາ CLV ໄດ້​ຢືນ​ຢັນ​ວ່າ ​ແມ່ນ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​​ທີ່​ສຸດລະ​ຫວ່າງ 3 ປະ​ເທດ ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ກຳ​ປູ​ເຈຍ, ລາວ ແລະ ຫວຽດ​ນາມ. ກົນ​ໄກ​ຮ່ວມ​ມື CLV ໄດ້​ຢືນ​ຢັນ​ບົດ​ບາດ​ທີ່​ຂາດບໍ່​ໄດ້​ບໍ່​ພຽ​ງ​ແຕ່​ສຳ​ລັບ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ເປີດກວ້າງ​ໃນ​ທົ່ວ​ຜືນ​ແຜ່ນ​ດິນ​ຂອງ 3 ປະ​ເທດ ລາວ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ