ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມທະຫານເຂດ9

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມທະຫານເຂດ9 - ảnh 1
ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມທະຫານເຂດ9

(vovworld) –  ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ດີ​ເດັ່ນ​ທົ່ວ​ປະ​ເທດ​ປີ 2016 ຢູ່​ແຂວງ ​ເກີນ​ເທີ, ຕ​ອນ​ເຊົ້າ​ວັນ​ທີ 23/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດຢູ່​​ເຂດສຸສານ​ນະ​ຄອນ ​ເກີນ​ເທີ. ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ໄດ້​​ໄປ​ຢ້ຽມຢາມ​ທະຫານ​ເຂດ 9, ທະຫານ​ຂຶ້ນ​ກັບ​ບໍ​ລິ​ເວ​ນ 12 ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ.

        ​ເມື່ອ​ໂອ້​ລົ​ມກັບ​ບັນດາ​ກາ​ນນຳ​ຫຼັກ​ແຫຼ່ງຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ​ໂດຍ​ແມ່ນ​ຊາດ​ໜຶ່ງຮັກຫອມ​ສັນຕິພາບ, ​ແຕ່ ຫວຽດນາມ ຍາມ​ໃດ​ກໍ່​ຢືດໝັ້ນ​ປົກ​ປັກ​ຮັກ​ສາ​ອະທິປະ​ໄຕ, ​ຜືນ​ແຜ່ນດິນ​ອັນ​ສັກກະ​ລະ​ບູຊາ​ຂອງ​ຊາດ, ດັ່ງ​ນັ້ນ, ບັນດາ​ພະນັກງານ, ນົກ​ຮົບ​ທະຫານ​ເຂດ 9 ຍາມ​ໃດ​ກໍ່​ຕ້ອງ​ກຳ​ແໜ້ນ​ສະພາບ​ການ ​ແລະ ຍົກ​ສູງ​ສະຕິ​ຕື່ນ​ຕົວສຳລັບ​ບັນດາ​ກໍລະນີ, ການ​ກະທຳ​ລະ​ເມີດ​ເກີດ​ຂຶ້ນ​ຢູ່​ທັງ​ເຂດຊາຍ​ແດນ ​ແລະ ຢູ່​ທະ​ເລ.


ຂ່າວ/ບົດ​ອື່ນ