ນາຍົກລັດຖະມົນຕີຫງວຽນຊວນຟຸກລົງໂຄສະນາຫາສຽງເລືອກຕັ້ງຢູ່ຫາຍຝ່ອງ

ນາຍົກລັດຖະມົນຕີຫງວຽນຊວນຟຸກລົງໂຄສະນາຫາສຽງເລືອກຕັ້ງຢູ່ຫາຍຝ່ອງ - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 7-8/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຢູ່​ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 3 ນະຄອນ ຫາຍ​ຝ່ອງ, ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​​ເມືອງ ​ໂດ່​ເຊີນ, ​ເມືອງ ອານ​ຫຼາວ, ຕຽນ​ລ້າງ, ວິ້ງ​ບາ​ວ. ທີ່​ການ​ພົບ​ປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ຍົກ​ອອກ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ທີ່​ຕ້ອງ​ແກ້​ໄຂ​ໃນ​ລາຍການ​ດຳ​ເນີນ​ງານ​ຂອງ​ຕົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ກໍ່​ໃຫ້​ຮູ້​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຮອບດ້ານ​ຂອງ​ນະຄອນ ຫາຍ​ຝ່ອງ ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ຕໍ່ໜ້າ, ທ່ານນາຍົກລັດຖະມົນຕີ ຖື​ວ່າ​ຄວນ​ສຸມ​ໃສ່​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພ​ແຫ້ງ​ແລ້ງ​ຢູ່​ພາກ​ກາງ - ​ເຂດ​ໄຕ​ງວຽນ, ນ້ຳ​ທະ​ເລ​ຊືມ​ເຂົ້າ​ຢູ່​ທິດ​ໃຕ້​ພາກ​ກາງ, ການ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ຂອງ​ອາຫານ. ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ໜັກໜ່ວງ​ນັ້ນ​ໃຫ້​ໄດ້, ທ່ານນາຍົກ ລັດຖະມົນຕີ ​ເນັ້ນ​ໜັກ​ວ່າ​ຕ້ອງ​ໃກ້ຊິດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ, ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ເປັນ​ປະຈຳ​ເພື່ອ​ຮັບ​ຟັງ​ຄວາມ​ເຫັນຂອງ​ເຂົາ​ເຈົ້າ.

ສືບ​ຕໍ່​ລາຍການ​ປະຕິບັດ​ງານ​ຢູ່​ນະຄອນ ຫາຍ​ຝ່ອງ, ຕອນ​ບ່າຍ​ວັນ​ທີ 8/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ, ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ຄູ​ອາຈານ ​ແລະ ນັກ​ສຶກສາ​ມະຫາວິທະຍາ​ໄລ ຫາຍ​ຝ່ອງ. ທ່າ​ນນາຍົກລັດຖະມົນຕີ​ສະ​ເໜີ​ວ່າ, ຄະນະ​ພັກ, ສະພາ​ມະຫາວິທະຍາ​ໄລ ຫາຍ​ຝ່ອງຈະ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກ​ສາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖີ່​ນ, ​ເຂດ ​ແລະ ຂອງ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ