ນາຍົກລັດຖະມົນຕີຫງວຽນຊວນຟຸກສົ່ງເສີມວິສາຫະກິດຍີ່ປຸ່ນລົງທຶນເຂົ້າບັນດາໂຄງການຮ່ວມມືກັບຫວຽດນາມ

ນາຍົກລັດຖະມົນຕີຫງວຽນຊວນຟຸກສົ່ງເສີມວິສາຫະກິດຍີ່ປຸ່ນລົງທຶນເຂົ້າບັນດາໂຄງການຮ່ວມມືກັບຫວຽດນາມ - ảnh 1
(​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂັ້ນ​ສູງ​ຫວຽດ​ນາມ - ຍີ່​ປຸ່ນ)

(vovworld) - ​ພາຍ​ຫຼັງ​ເດີນ​ທາງ​ມາ​ຮອດ Nagoya, ປະ​ເທດ​ຍີ່​ປຸ​່ນ, ໃນ​ຕອນ​ບ່າຍ​ວັນ​ທີ 26/05, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ເຂົ້​າ​ຮ່ວມ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂັ້ນ​ສູງ​ຫວຽດ​ນາມ - ຍີ່​ປຸ່ນ ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດ​ນາມ ເຊື່ອມ​ໂຍງ ແລະ ພັດ​ທະ​ນາ”. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ 2 ປະ​ເທດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ​ໄດ້ຕີ​ລາ​ຄາ​ການ​ພົວ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ອາ​ຊີ” ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ພວມ​​ຜ່ານໄລ​ຍະ​ພັດ​ທະ​ນາ​ອັນ​ດີ​ງາມ​ທີ່​ສຸດ​ໃນ​ທຸກ​ຂົງ​ເຂດ ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ.

        “ຫວຽດ​ນາມ ຕ້ອງ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ຢູ່​ໃນ top 4 ໃນ​ຈຳ​ນວນ 10 ປະ​ເທດ​ອາ​ຊຽນໃນ​ປີ 2016 – 2017 ໃຫ້​ດີກວ່າ. ຖ້າ​ຫາກ​ຢາກ​ເຮັດ​ໄດ້​ຄື​ແນວນັ້ນ, ບັນ​ດາ​ຕົວ​ເລກ​ດັ​ດ​ຊະ​ນ​ີ​ພັດ​ທະ​ນາ​ຄື ພື້ນ​ຖານ​ໂຄງ​ລ່າງ, ລະ​ບຽບ​ການ​ບໍ​ລິ​ຫານ, ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແມ່ນ​ບັນ​ຫາ​ທີ່​ໄ​ດ້​ວາງ​ອອກ​ສຳ​ລັບ​ຫວຽດ​ນາມ. ພິ​ເສດ​ແມ່ນ​ຖື​ເປັນ​ສຳ​ຄັນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າ​ງ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ, ສ້າງ​ສະ​ພາບ​ແວ​ດ​ລ້ອມ​ສະ​ດວກ​ເພື່ອ​ໃຫ​້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ; ຖື​ວິ​ສາ​ຫະ​ກິດ​ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາ ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ, ເພີ່ມ​ງົບ​ປະ​ມານ ແລະ ​ລະ​ດັບເຕີບ​ໂຕ. ຫວຽດ​ນາມ ຈະ​ລົບ​ລ້າງ​ທຸກ​ຮົ້ວ​ກີດ​ຂວາງ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ ເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ…”

        ​ເມື່ອເຕື້ອງ​ເຖິງ​ເລື່ອງ​ຜັນ​ຂະ​ຫຍາຍ TPP, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟ​ຸກ ຖື​ວ່າ, 2 ປະ​ເທດ​ສາ​ມາດ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້​ນ​ເຖິງ 60 ຕື້ USD ໃນ​ປີ 2020.

ຂ່າວ/ບົດ​ອື່ນ