ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີມອບຫຼຽນໄຊມິດຕະພາບໃຫ້ທ່ານນາງຮອງປະທານທະນາຄານໂລກ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີມອບຫຼຽນໄຊມິດຕະພາບໃຫ້ທ່ານນາງຮອງປະທານທະນາຄານໂລກ - ảnh 1

ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ​ ມອບ​ຫຼຽນ​ໄຊມິດຕະພາບ​
ໃຫ້​ທ່ານ​ນາງ​ຮອງ​ປະທານ​ທະນາຄານ​ໂລກ
(ພາບ: VGP/ກວາງຮຽວ)

(vovworld) – ຕອນ​ບ່າຍ​ວັນ​ທີ 25/07, ຢູ່​ສຳນັກງານ​ທະນາຄານ​ແຫ່ງ​ລັດ ຫວຽດນາມ, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ​ພິທີ​ມອບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້​ທ່ານ​ນາງ Victoria Kwakwa, ຮອງ​ປະທານ​ທະນາຄານ​ໂລກ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ (ອະ​ດີດ​​ຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ໂລກ​ປະຈຳ ຫວຽດນາມ) ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ບາງ​ສະບັບ​ລະຫວ່າງ​ທະນາຄານ​ໂລກ ​ແລະ ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຍົກ​ສູງກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ຕາມຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ທ່ານ ​ເລ​ມີ​ງຮຸງ ​ແລ້ວ, ທ່ານ​ນາງ Victoria Kwakwa ​ໄດ້​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ​ເປັນ​ຂົວ​ຕໍ່​ໃນ​ເລື່ອງ​ສະໜອງ​ບັນດາ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ, ​ແທດ​ຈິງ​ ​ແລະ ​ທັນ​ການ​ຂອງ​ທະນາຄານ​ໂລກ​ກ່ຽວ​ກັບ​ການ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ, ທຶນ, ໜູນ​ຊ່ວຍ​ດ້ານ​ເຕັກນິກ, ປະກອບສ່ວນ​ຊ່ວຍ ຫວຽດນາມ ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກສິ່ງ​ທ້າ​ທາຍ​ໃນ​​ແຕ່ລະ​ໄລຍະ ​ເພື່ອ​ຮັບປະກັນ​ຄວາມ​ມີສະຖຽນ​ລະ​ພາບ ​ແລະ ພັດທະນາ. ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ຕົນ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ ທ່ານ​ນາງ Victoria Kwakwa ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ຍົກ​ສູງ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ - ທະນາຄານ​ໂລກ ຈາກ​ການ​ພົວພັນ​ຮ່ວມ​ມື​ກາຍ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື, ສ້າງ​ພື້ນຖານ​ໃຫ້ການ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຄື​ປະຈຸ​ບັນ.

        ທີ່​ພິທີ, ​​​ໂດຍໄດ້​ຮັບ​ການ​ມອບ​ສິດ​ຈາກທ່ານ​ປະທານ​ປະ​ເທດ, ຜູ້​ວ່າການ​ ​ເລ​ມີ​ງຮື​ງ ​ແລະ ທ່ານ​ນາງ Victoria Kwakwa ​ໄດ້​ລົງ​ນາມ​ໃນ​ສັນຍາ​ຂອງ​ 3 ໂຄງການ​ເຊິ່ງມີ​ມູນ​ຄ່າ​ກ່ວາ 370 ລ້ານ USD.

ຂ່າວ/ບົດ​ອື່ນ